ຄອບຄົວການນໍາຂັ້ນສູງ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແຂວງຫຼວງນໍ້າທາ

    ວັນທີ 8 ກຸມພາ 2022 ທີ່ຫ້ອງວ່າການແຂວງຫຼວງນໍ້າທາ ທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງທ່ານທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອບັນເທົາທຸກມາມອບໃຫ້ແຂວງຫຼວງນໍ້າທາ ໃຫ້ກຽດມອບໂດຍທ່ານນາງ ນາລີ ສີສຸລິດ ພັນລະຍາຂອງທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ກ່າວຮັບຂອງທ່ານ ດຣ ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

    ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ໄດ້ຮັບມາຈາກອົງການກາແດງລາວ ລວມມີ: ຜ້າຫົ່ມໂຕໂຕ 50 ຜືນ ເກີບຜູ້ໃຫຍ່ ແລະ ເກີບເດັກນ້ອຍ 25 ແກັດ ເຄື່ອງນຸ່ງປະສົມ 50 ຖົງ ແລະ ເຄື່ອງໃຊ້ຄົວເຮືອນ 50 ແກັດ ລວມມູນຄ່າທັງໝົດ 68 ລ້ານກວ່າກີບ.

    ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ແມ່ນຈະໄດ້ນໍາໄປມອບຕໍ່ໃຫ້ບັນດາໂຮງຮຽນ ແລະ ປະຊາຊົນບັນດາເຜົ່າ ທີ່ຢູ່ເຂດຫ່າງໄກສອກຫຼີກ ເພື່ອແກ້ໄຂຊ່ວຍເຫຼືອຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະລະດູໜາວໃຫ້ໄດ້ຮັບຄວາມອົບອຸ່ນ ແລະ ມີຊີວິດທີ່ດີຂຶ້ນ.

.

.# ຂ່າວ & ພາບ : ວຽງມາ

error: Content is protected !!