ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ

    ວັນທີ 8 ກຸມພາ 2022 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ໂດຍການຕ້ອນຮັບຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍການນຳພັກ-ລັດຂັ້ນແຂວງ ຢູ່ທີ່ສະໜາມບີນຂອງເມືອງຜົ້ງສາລີ. 

    ການມາເຄື່ອນໄຫວໃນຄັ້ງນີ້ ເພື່ອເປັນການຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດມະຕິ XI ຂອງພັກ ມະຕິ XI ຂອງແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ທັງພົບປະໂອ້ລົມການນຳຫຼັກແຫຼ່ງຂອງແຂວງຜົ້ງສາລີ ພ້ອມກັນນັ້ນ ທ່ານປະທານປະເທດພ້ອມດ້ວຍຄະນະ ຍັງຈະໄດ້ໄປເຄື່ອນໄຫວຢ້ຽມຊົມພື້ນຖານການຜະລິດ ໂດຍສະເພາະກໍແມ່ນໂຮງງານເຫຼົ້າຂຽວຂຸນສຸກ ແລະ ໂຮງງານຊາບູຮານແສງຄຳ ລາວລີ ແລະ ສວນຊາຢູ່ບ້ານລຸງຈີງ ແລະ ມອບເຄື່ອງຈຳນວນໜຶ່ງໃຫ້ກັບໂຮງຮຽນມັດທະຍົມພູຟ້າ ແລະ ໂຮງຮຽນມັດທະຍົມມົງເຈົາ ຕື່ມອີກ ສຳລັບການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງທ່ານປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຢູ່ແຂວງຜົ້ງສາລີ ແມ່ນຈະດຳເນີນຮອດວັນທີ 9 ກຸມພາ 2022 ຈຶ່ງຈະສຳເລັດ.

error: Content is protected !!