ງານວາງສະແດງຜະລິດຕະພັນລາວ ຈະຈັດຂຶ້ນວັນທີ 19-28 ກຸມພານີ້

    ພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ 2021 (Made in Laos 2021) ຈັດວັນທີ 7 ກຸມພາ 2022 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ)  ໂດຍເປັນປະທານຂອງ ທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະຮັບຜິດຊອບຈັດງານ ແລະ ແຂກຖືກເຊີນເຂົ້າຮ່ວມ.

   ທ່ານນາງ ຈັນທະຈອນ ວົງໄຊ ກ່າວວ່າ: ສຄອຊ ຮ່ວມກັບສະພາການຄ້າແຂວງຫຼວງພະບາງ ແລະ ສຄອ ແຂວງທົ່ວປະເທດ ຈະໄດ້ຈັດງານຜະລິດຕະພັນລາວ 2021 ຂຶ້ນວັນທີ 19-28 ກຸມພາ 2022 ຢູ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕືກເກົ່າ) ງານວາງສະແດງຄັ້ງນີ້ ຈັດຂຶ້ນເປັນຄັ້ງທີ 9 ຄັ້ງທໍາອິດຈັດຂຶ້ນໃນ 2011  ແລະ ປີນີ້ ສຄອ ແຂວງຫຼວງພະບາງໄດ້ເປັນເຈົ້າພາບຮ່ວມຫຼັກໃນການຈັດງານ ເຊິ່ງ ສຄອ ແຂວງຫຼວງພະບາງ ຈະໄດ້ມີການອອກແບບຕົບແຕ່ງ Booth pavilion ເປັນພິເສດ ແລະ ສວຍງາມເພື່ອສື່ໃຫ້ເຫັນວິຖີຊີວິດການເປັນຢູ່ ຮີດຄອງປະເພນີ ວັດທະນະທໍາທີ່ສວຍງາມ ແລະ ບັນດາແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ແລະ ທໍາມະຊາດ ທີ່ຕິດພັນກັບການດໍາລົງຊີວິດຂອງຊາວເມືອງຫຼວງພະບາງ ນອກນັ້ນ ຍັງໄດ້ເຫັນເຖິງການຂະຫຍາຍຕົວທາງດ້ານເສດກິດ ບໍ່ວ່າຈະເປັນເຂື່ອນໄຟຟ້າ ແລະ ບໍ່ເຫຼັກ ແລະ ສິນຄ້າອື່ນໆທີ່ເປັນທ່າແຮງຂອງແຂວງຫຼວງພະບາງ.

     ງານວາງສະແດງຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມຍຸດທະສາດຈາກ 2 ບໍລິສັດຄື: ບໍລິສັດ ປີໂຕຣລຽມເທຣດດີ້ງລາວ ມະຫາຊົນ ແລະ ບໍລິສັດ ເບຍລາວ ພ້ອມທັງມີບັນດາບໍລິສັດ ແລະ ໂຄງການ ທີ່ໃຫ້ການສະໜັບສະໜູນງານດັ່ງກ່າວ ແນໃສ່ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ຄົນລາວຫັນມານໍາໃຊ້ຜະລິດຕະພັນລາວຫຼາຍຂຶ້ນ ຄຽງຄູ່ກັບການສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ນຳໃຊ້ຜະລິດຕະພັນລາວ ເປັນການຊ່ວຍຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດ Covid-19 ເປັນການສົ່ງເສີມເສດຖະກິດໃນຍຸກການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ເກີດຄວາມຍືນຍົງ ແລະ ໝູນວຽນກ້າວເຂົ້າສູ່ສະພາບປົກກະຕິ ໂດຍເນັ້ນໃສ່ກິດຈະກໍາພັດນາເສດຖະກິດທ້ອງຖິ່ນພາຍໃນໃຫ້ຫຼາຍຂຶ້ນ.​

     ການວາງສະແດງຄັ້ງນີ້ ໄດ້ເຊີນຊວນ ແລະ ປຸກລະດົມຂົນຂວາຍຜູ້ປະກອບການ ຜູ້ຜະລິດສິນຄ້າໃນທຸກຂະແໜງການໃນທົ່ວປະເທດເຂົ້າຮ່ວມ ທັງໃນລະດັບຂະໜາດນ້ອຍ ຂະໜາດກາງ ແລະ ຂະໜາດໃຫຍ່ ໃຫ້ໄດ້ມີເວທີພົບປະເພື່ອແລກປ່ຽນປະສົບການຄວາມຮູ້ ແລະ ທັກສະເຕັກນິກການຜະລິດເຊິ່ງກັນ ແລະ ກັນ.

    ປັດຈຸບັນ ມີບໍລິສັດທີ່ມາຈອງບູດເພື່ອເຂົ້າຮ່ວມຫຼາຍກ່ວາ 107 ບໍລິສັດ ມີ 182 ຫ້ອງວາງສະແດງ ຈາກຫຼາຍຂະແໜງການເຊັ່ນ: ຂະແໜງອຸດສາຫະກໍາ ຂະແໜງອຸດສາຫະກໍາປຸງແຕ່ງ ຂະແໜງຫັດຖະກໍາຜ້າໃໝ-ຜ້າຝ້າຍ ຂະແໜງເຟີນີເຈີ ຂະແໜງຫັດຖະກໍາຈັກສານໄມ້ປ່ອງ ຂະແໜງອາຫານ ແລະ ເຄື່ອງດື່ມ ຂະແໜງຫັດຖະກໍາເຄື່ອງເງີນ ຂະແໜງໂຄງການ ແລະ ຂະແໜງອື່ນໆ ຄຽງຄູ່ກັນນີ້ ພາຍໃນງານຍັງມີຫຼາຍກິດຈະກໍາເຊັ່ນ : ການວາງສະແດງສິນຄ້າ ສໍາມະນາ ໃຫ້ຄວາມຮູ້ ການພົບປະທຸລະກິດ ກິດຈະກໍາແຈກຂອງລາງວັນ ແລະ ກິດຈະກໍາບັນເທີງອື່ນໆ ຕະຫຼອດການຈັດງານ ຄາດຈະມີມູນຄ່າຂອງເຄື່ອງທີ່ນໍາມາວາງສະແດງຫຼາຍກວ່າ 12 ຕື້ກີບ ຄາດຄະເນເງິນໜູນວຽນໄລຍະການຈັດງານປະມານ 3 ຕື້ກີບ ແລະ ແຂກທີ່ເຂົ້າມາທ່ຽວຊົມພາຍແຕ່ລະມື້ ສະເລ່ຍປະມານ 200-300 ຄົນຕໍ່ມື້.

  ໂອກາດນີ້ ຂໍຊວນຊວນຜູ້ທີ່ສົນໃຈ ຕະຫຼອດເຖິງນັກທ່ຽວທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຊາວນະຄອນຫຼວງ ເຂົ້າຮ່ວມຊົມງານວາງສະແດງຄັ້ງນີ້ ເພື່ອເປັນການຊຸກຍູ້ເສດຖະກິດຂອງລາວ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.

.# ຂ່າວ & ພາບ : ລັດເວລາ

error: Content is protected !!