ສະເໜີໃຫ້ແກ້ໄຂບັນຫາທີ່ິິຕິດພັນກັບການດຳລົງຊີວິດປະຊາຊົນ

    ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ1 ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສນວ) ນຳໂດຍທ່ານ ໄຊຄໍາ ອຸ່ນມີໄຊ ສສຊ ປະຈຳເຂດເລືອກຕັ້ງທີ1 ນວ ຮອງປະທານຄະນະກວດກາສູນກາງພັກ ອົງການກວດກາລັດຖະບານ ແລະ ການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ທ່ານ ນາງ ເກດມະນີ ບັນດາສັກ  ສສຊ ປະຈຳເຂດເລືອກຕັ້ງທີ 1 ປະທານຄະນະກຳມະການວັດທະນະທຳ-ສັງຄົນ ແລະ ບັນດາເຜົ່າ ສະພາປະຊາຊົນ ນວ  ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະພາປະຊາຊົນ ນວ ຊຸດທີ II ໃນວັນທີ 8 ກຸມພາ 2022 ຢູ່ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນວ ເຊິ່ງມີຄະນະພັກ ຄະນະນຳ ພ້ອມດ້ວຍພະນັກງານ ແລະ ນັກສຶກສາໂຮງຮຽນດັ່ງກ່າວເຂົ້າຮ່ວມ.

    ໂອກາດນີ້ ສອງທ່ານກໍໄດ້ຜັດປ່ຽນກັນຍົກໃຫ້ເຫັນຜົນສຳເລັດກອງປະຊຸມຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II ໂດຍສະເພາະ ບາງເນື້ອໃນສຳຄັນຂອງກອງປະຊຸມດັ່ງກ່າວ ທີ່ໄດ້ລາຍງານ ແລະ ພິຈາະລະນາຮັບຮອງເອົາບັນຫາສຳຄັນຂອງຊາດ ກໍຄືຂອງນະຄອນຫຼວງ ເປັນຕົ້ນ ເນື້ອໃນກ່ຽວກັບການຢັ້ງຢືນຄຸນລັກສະນະຂອງ ສສຊ ສສ ນວ ການຮັບຮອງເອົາວຽກງານກົງຈັກການຈັດຕັ້ງ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບັນຫາສໍາຄັນອື່ນໆຂອງຊາດ ຈາກນັ້ນ ໄດ້ເປີດໂອກາດໃຫ້ສະມາຊິກ ພະນັກງານ ແລະ ນັກສຶກສາໂຮງຮຽນທິດສະດີການເມືອງແລະ ການປົກຄອງ ນວ ມີຄໍາເຫັນສະເໜີບັນຫາທີ່ຕົນໃຫ້ຄວາມສົນໃຈ ເພື່ອໃຫ້ ສສຊ ສສ ນວ ມີຄໍາຊີ້ແຈງ ແລະ ນໍາໄປສະເໜີຕໍ່ຂະແໜງ ການກ່ຽວຂ້ອງ ເພື່ອພິຈາລະນາແກ້ໄຂຢ່າງຖືກຕ້ອງ

    ສຳລັບຄຳສະເໜີຂອງສະມາຊິກພັກ ພະນັກງານ ແລະ ນັກສຶກສາ ໂຮງຮຽນທິດສະດີ ການເມືອງ ແລະ ການປົກຄອງ ນວ ທີ່ສະເໜີໃຫ້ລັດຖະບານແກ້ໄຂໂດຍລວມ ແມ່ນຍັງບັນຫາທີ່ຕິດພັນກັບການເຄື່ອນໄຫວດຳລົງຊີວິດຂອງປະຊາຊົນ ເຊັ່ນ: ການສະເໜີໃຫ້ລັດຖະບານມີນະໂຍບາຍປ່ອຍສິນເຊື່ອເງິນກູ້ທີ່ມີດອກເບ້ຍຕໍ່າ ເພື່ອໃຫ້ປະຊາຊົນໄດ້ກູ້ຢືມ ໃຫ້ແກ້ໄຂບັນຫາຄູອາສາທີ່ເປັນອາສາມາຫຼາຍປີ ແຕ່ບໍ່ໄດ້ໂກຕາລັດຖະກອນ ໃຫ້ມີການປັບປຸງໂຮງຮຽນສາມັນທີ່ເປັນຂອງລັດ ມີຄຸນນະພາບທຽບເທົ່າກັບ ໂຮງຮຽນສາມັນທີ່ເປັນຂອງເອກະຊົນ ເພາະເຫັນວ່າການຮຽນການສອນຂອງໂຮງຮຽນລັດບໍ່ທັນໄດ້ດີເທົ່າກັບເອກະຊົນ ໃຫ້ແກ້ໄຂບັນຫາຄ່າຄອງຊີບສູງ ໂດຍສະເພາະລາຄາສິນຄ້າປະເພດນໍ້າມັນແພງ ແຕ່ລາຍຮັບປະຊາຊົນຍັງຕໍ່າ ສະເໜີໃຫ້ແກ້ໄຂການບໍລິການຂອງຫ້ອງການລັດທີ່ປະຕິບັດບໍ່ຕົງຕໍ່ໂມງເວລາເຮັດວຽກ ເປີດບໍລິການຊັກຊ້າ ເລີກໄວ ແລະ ການເວົ້າຈາຂອງພະນັກງານລັດບາງຄົນທີ່ບໍ່ສຸພາບ ເຮັດໃຫ້ປະຊາຊົນບໍ່ມີຄວາມເຊື່ອໝັ້ນ  ແລະ ກ່ຽວກັບການເກັບຄ່າທຳນຽມຂອງເອກະສານຊື້-ຂາຍດິນ ຂາຍເຮືອນ ຂອງອົງການປົກຄອງຂັ້ນບ້ານ ກໍໃຫ້ມີຄວາມເໝາະສົມ ບໍ່ແພງຈົນເກີນໄປ ເພາະເຫັນວ່າຢູ່ແຕ່ລະບ້ານ ການເກັບຄ່າທຳນຽມເອກະສານປະເພດນີ້ຍັງປາກົດມີການເກັບຫຼາຍຈົນເກີນໄປ ເຮັດໃຫ້ປະຊາຊົນ ຜູ້ທີ່ທຸກຍາກ ພົບຄວາມຫຍຸ້ງຍາກຫາເງິນມາຈ່າຍໃຫ້ຕື່ມອີກ.

.# ຂ່າວ & ພາບ : ລັດເວລາ

error: Content is protected !!