ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກໃຫ້ທິດຊີ້ນໍາກ່ຽວກັບວຽກງານທາງລົດໄຟລາວ-ຈີນ

    ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມຄະນະ ໄດ້ລົງເຄື່ອນໄຫວກວດກາ ແລະ ຊີ້ນໍາວຽກງານບໍລິສັດທາງລົດໄຟລາວ-ຈີນຈໍາກັດ ຖືກຕ້ອນຮັບຈາກທ່ານ ຢວນ ໝິງ ຮາວ ຜູ້ອໍານວຍກການບໍລິສັເລົດໄຟລາວ-ຈີນ ຈໍາກັດ ມີຮອງລັດຖະມົນຕີກະຊວງກ່ຽວຂ້ອງ ທ່ານ ພູຂົງ ວັນນະວົງ ຮອງເຈົ້າຂອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຮັບຜິດຊອບໂຄງການກໍ່ສ້າງທາງລົດໄຟລາວ-ຈີນຊ່ວງນະຄອນຫຼວງວຽງຈັນ ແລະ ພະແນກການກ່ຽວຂ້ອງນະຄອນຫຼວງວຽງຈັນເຂົ້າຮ່ວມ. 

    ທ່ານ ຢວນ ໝິງ ຮາວ ລາຍງານໃຫ້ຮູ້ວ່າ: ທາງລົດໄຟລາວ-ຈີນ ຊ່ວງບໍ່ເຕັນຫານະຄອນຫຼວງວຽງຈັນ ມີສະຖານີຂົນສົ່ງໂດຍສານທັງໝົດ 10 ສະຖານີ ສະຖານີທີ່ໄດ້ເປີດໃຫ້ມີການຂົນສົ່ງໂດຍສານແລ້ວ 7 ສະຖານີຄື: ສະຖານີນະຄອນຫຼວງວຽງຈັນ ໂພນໂຮງ ວັງວຽງ ຫຼວງພະບາງ ເມືອງໄຊ ນາເຕີຍ ບໍ່ເຕັນ ແລະ ສະຖານີທີ່ມີການຂົນສົ່ງສິນຄ້າມີ 7 ສະຖານີເຊັ່ນກັນ ໃນນີ້ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າແລ້ວ 3 ສະຖານີຄື: ວຽງຈັນໃຕ້ ວັງວຽງ ແລະ ນາເຕີຍ ເຊິ່ງໃນປັດຈຸບັນ ໄດ້ດຳເນີນກິດຈະການຂົນສົ່ງຄອນເທນເນີ ພ້ອມນັ້ນ ສະພາບການຂົນສົ່ງໂດຍສານແຕ່ມື້ເປີດໃຫ້ບໍລິການຈົນເຖິງວັນທີ 7 ເດືອນກຸມພາ ໂດຍສານໄດ້ແລ່ນລົດ ທັງໝົດ 119 ຄູ່ປະລິມານການຂົນສົ່ງຜູ້ໂດຍສານ 113.827 ຄົນ ສະເລ່ຍຂົນສົ່ງຜູ້ໂດຍສານຕໍ່ມື້ 1.721 ຄົນ ແລະ ການຂົນສົ່ງຜູ້ໂດຍສານສູງສຸດຕໍ່ມື້ແມ່ນ 2.804 ຄົນ ມີລາຍຮັບປະມານ 12,98 ລ້ານຢວນ ສ່ວນການຂົນສົ່ງສິນຄ້າ ໄດ້ແລ່ນລົດທັງໝົດ 130,5 ຄູ່ ປະລິມານສິນຄ້າສະສົມທີ່ຂົນສົ່ງ 139.422,65 ໂຕນ ສະເລ່ຍຂົນສົ່ງສິນຄ້າ 2.112 ໂຕນຕໍ່ມື້ ມີການຂົນສົ່ງສິນຄ້າສູງສຸດຕໍ່ມື້ 6.748 ໂຕນ ສະຖານີຊາຍແດນສົ່ງອອກ 129 ຂະບວນ 3.619 ລົດຫາງລາກ ຂາເຂົ້າ 136 ຂະບວນ 3.878 ລົດຫາງລາກ ສະເລ່ຍລາຍຮັບໃນ 48,84 ລ້ານຢວນ ນອກນີ້ ໄດ້ລາຍງານວຽກງານການບໍລິການຂົນສົ່ງໂດຍສານ ມາດຕະການຮັບປະກັນຄວາມປອດໄພໃນການຂົນສົ່ງທີ່ນໍາໃຊ້ນັບແຕ່ມື້ເປີດໃຫ້ບໍລິການເປັນຕົ້ນມາ ເປັນຕົ້ນ ບັນຫາຄວາມສະດວກໃນການແຈ້ງພາສີຢູ່ດ່ານເຂົ້າ-ອອກເມືອງ ສະພາບແວດລ້ອມ ຄວາມປອດໄພພາຍນອກລຽບຕາມເສັ້ນທາງລົດໄຟ ດ້ານພາສີອາກອນ ໂດຍສະເພາະສະເໜີໃຫ້ປະສານງານເລັ່ງການອະນຸມັດລາຍການຍົກເວັ້ນພາສີນໍາເຂົ້າວັດສະດຸ ແລະ ອຸປະກອນຂອງບໍລິສັດທາງລົດໄຟລາວ-ຈີນ ການອະນຸມັດປ່ຽນປ້າຍທະບຽນລົດຊົ່ວຄາວໃນໄລຍະການກໍ່ສ້າງມາເປັນທະບຽນລົດຖາວອນ ອອກໜັງສືຢັ້ງຢືນການຍົກເວັ້ນອາກອນມູນຄ່າເພີ່ມ ສ່ວນບັນຫາການຊໍາລະດ້ວຍຫຼາຍສະກຸນເງິນ ສະເໜີໃຫ້ທະນາຄານແຫ່ງ ສປປ ລາວ ອະນຸມັດໃຫ້ບໍລິສັດສາມາດຮັບເງິນຄ່າປີ້ລົດໄຟ ຄ່າຂົນສົ່ງ ແລະ ຄ່າທໍານຽມຕ່າງໆເປັນເງິນຕາຕ່າງປະເທດ ໂດຍອີງໃສ່ອັດຕາແລກປ່ຽນຂອງຕະຫຼາດ ນອກນັ້ນ ໄດ້ສະເໜີກ່ຽວກັບການຊົມເຊີຍໃນການຍົກຍ້າຍ ຫຼື ເວນຄືນທີ່ດິນປະຕິບັດບໍ່ຄົບຖ້ວນ ກຳມະສິດທີ່ດິນບາງສ່ວນບໍ່ມີການກໍານົດແຈ້ງເຖິງບັນຫາ ການເປີດຮັບສະໝັກພະນັກງານ ການເຝິກອົບຮົມໃຫ້ແກ່ແຮງງານລາວ ການວາງແຜນພັດທະນາລຽບຕາມເສັ້ນທາງລົດໄຟ ການສ້າງຫ້າງຊັບພະສິນຄ້າ ການພັດທະນາກວມລວມໃນສະຖານີລົດໄຟ ເພື່ອດໍາເນີນກິດຈະການບໍລິການລູກຄ້າທີ່ຕ້ອງການຝ່າຍລັດຖະບານລາວໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນ ການເພີ່ມທະວີແກ້ໄຂບັນຫາການໂຄສະນາທາງລົບຕໍ່ໂຄງການ ແລະ ມາດຕະການຊ່ວຍເຫຼືອ ແລະ ອື່ນໆ. 

    ຈາກນັ້ນ ບັນດາພາກສ່ວນທີ່ກ່ຽວຂ້ອງໄດ້ຜັດປ່ຽນກັນປະກອບຄຳຄິດເຫັນເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານຂອງບໍລິສັດທາງລົດໄຟລາວຈີນມີຄວາມເໝາະສົມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງພາຍໃນປະເທດຕື່ມອີກ ໂດຍສະເພາະ ການບໍລິການ ການຄຸ້ມຄອງຄວາມປອດໄພ ການພັດທະນາບຸຄະລາກອນຄົນລາວເພື່ອມາເຮັດວຽກໃນໂຄງການທາງລົດໄຟຫຼາຍຂຶ້ນ ການໄກ່ເກ່ຍ ແລະ ຊົດເຊີຍທີ່ດິນຕ່າງໆໃນ 4 ຕົວເມືອງຂອງນະຄອນຫຼວງວຽງຈັນທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງທາງລົດໄຟລາວ-ຈີນ ຈາກນັ້ນຮອງນາຍົກລັດຖະມົນຕີກໍໄດ້ມີຄໍາເຫັນເພື່ອໃຫ້ທິດຊີ້ນໍາໃນການຈັດຕັັ້ງປະຕິບັດວຽກງານຂອງບໍລິສັດຕື່ມອີກ.

error: Content is protected !!