ສສຊ-ສສນວ ພົບປະພະນັກງານຫຼັກແຫຼ່ງພະແນກ ຖວທ

    ວັນທີ 8 ກຸມພາ 2022 ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ມີທ່ານ ບຸນທາມ ພຸດທະວົງສາ ສະມາຊິກ ສສຊ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນວ ຮອງປະທານຄະນະສະມາຊິກ ສສ ນວ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນວ ຮອງປະທານ ສສ ນວ ທ່ານ ພັນໂທ ຈັນທະລາ ອຸດົມສຸກ ສະມາຊິກ ສສຊ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນວ ຊຸດທີ II ຮອງຫົວໜ້າກອງບັນຊາການ ປກສ ນວ ແລະ ທ່ານ ສົມບັດ ຈັນທະມາດ ສະມາຊິກ ສສນວ ຊຸດທີ II ປະທານຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ ສສ ນວ ສືບຕໍ່ລົງພົບປະຜູ້ມີສິດເລືອກຕັ້ງພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ລັດຖະກອນພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມ ສສຊ ຊຸດທີ IX ແລະ ກອງປະຊຸມ ສສນວ ຊຸດທີ II ຖືກຕ້ອນຮັບໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຄະນະ. 

    ໂອກາດນີ້ ທ່ານ ນາງ ວິໄລວອນ ຈັນທະລາຕີ ໄດ້ຂຶ້ນລາຍງານສະພາບລວມໂດຍຫຍໍ້ຂອງພະແນກ ຖວທ ນວ ເຊິ່ງຍົກເອົາບາງວຽກທີ່ພົ້ນເດັ່ນ ເຊັ່ນ: ວຽກຂົງເຂດຖະແຫຼງຂ່າວ ວັດທະນະທໍາ ທ່ອງທ່ຽວ ແລະ ແຜນວຽກຈຸດສຸມ ປີ 2021. 

    ການລົງພົບປະຄັ້ງນີ້ ສສຊ ແລະ ສສຊ ນວ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ ເປັນຕົ້ນ: ໄດ້ສັງລວມເອົາຂໍ້ມູນສຳຄັນທີ່ໄດ້ກຳນົດໃນມະຕິຕ່າງໆທີ່ຮັບຮອງເອົາໃນກອງປະຊຸມ ສສຊ ຊຸດທີ IX ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກ ຫາກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສສຊ ຊຸດທີ IX ແລະ ຂໍ້ມູນສຳຄັນທີ່ໄດ້ກຳນົດໃນມະຕິຕ່າງໆທີ່ຮັບຮອງເອົາໃນກອງປະຊຸມ ສສນວ ຊຸດທີ II  ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກ ຫາກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສສນວ ຊຸດທີ II ຫຼັງຈາກນັ້ນ ຍັງໄດ້ຮັບຟັງຄຳຄິດຄຳເຫັນ ຄຳສະເໜີ ແລະ ບັນຫາຂ້ອງໃຈຂອງພະນັກງານ ເປັນຕົ້ນ:ໃຫ້ປັບປຸງນະໂຍບາຍໃຫ້ພະນັກງານ-ລັດຖະກອນໃຫ້ຫຼາຍຂຶ້ນຕື່ມ ໃຫ້ປັບປຸງເວລາການປິດຮ້ານບັນເທີງໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ອື່ນໆ ຈາກນັ້ນ ສສຊ ແລະ ສສນວ ໄດ້ຊີ້ແຈງອະທິບາຍບາງຄຳສະເໜີ ແລະ ເກັບເອົາຄຳບາງສະເໜີເພື່ອນຳໄປສະເໜີພາກສ່ວນກ່ຽວຂ້ອງ ພ້ອມກັນຄົ້ນຄວ້າແກ້ໄຂໃຫ້ແທດເໝາະກັບສະພາບຄວາມເປັນຈິງ.

.

.# ຂ່າວ & ພາບ : ວຽງມາ

error: Content is protected !!