ຮ່ວມມືສໍາລັບການສຶກສາ-ການຮຽນຮູ້ຂອງຜູ້ໃຫຍ່

    ຫ້ອງການ ດີວີວີ ອິນເຕີເນເຊິນແນວ ແລະ ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກີລາ ຈັດພິທີມອບ-ຮັບ ອຸປະກອນ ແລະ ສື່ສິ່ງພິມ ແລະ ລົງນາມຕົກລົງຮ່ວມມືປະຈໍາປີ ຂຶ້ນວັນທີ 8 ກຸມ ພາ 2022 ຢູ່ສະຖາບັນພັດທະນາອາຊີວະສຶກສາ ລົງນາມໂດຍທ່ານ ສີຊະນະ ບຸບຜາ ຫົວໜ້າກົມການສຶກສານອກໂຮງຮຽນ ແລະ ທ່ານ Johann Hilrnann ຜູ້ອໍານວຍການປະຈໍາພາກພື້ນ ຂອງຫ້ອງການ ດີວີວີ ອິນເຕີເນເຊິນແນວ ໂດຍມີທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ທ່ານນາງ Annette Knobloch ເອກອັກຄະລັດຖະທູດສະຫະພັນເຢຍລະມັນ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.. 

    ດີວີວີ ອິນເຕີເນເຊິນແນວ ສະມາຄົມການສຶກສາຜູ້ໃຫຍ່ຂອງເຢຍລະມັນ ສະໜັບສະໜູນການສ້າງໂຄງສ້າງທີ່ຢືນຍົງສໍາລັບການສຶກສາຜູ້ໃຫຍ່ ແລະ ການຮຽນຮູ້ຕະຫຼອດຊີວິດໃນ ສປປ ລາວ ເປັນເວລາຫຼາຍປີທີ່ກົມການສຶກສານອກໂຮງຮຽນ ໄດ້ເປັນຄູ່ຮ່ວມງານຫຼັກຂອງ ດີວິວີ ອິນເຕີເນເຊິນແນວ ພ້ອມທັງໄດ້ໃຫ້ຄໍາໝັ້ນສັນຍາເພື່ອບັນລຸຈຸດປະສົງຮ່ວມກັນ ແລະ ປື້ມບັນທຶກ 2.000 ເຫຼັ້ມ ປະຕິທິນຕັ້ງໂຕະ 1500 ສະບັບ ປະຕິທິນແຂວນຝາ 500 ຊຸດ ໄດ້ຖືກມອບໃຫ້ແກ່ກົມການສຶກສານອກໂຮງຮຽນ ແລະ ທັງສອງຝ່າຍໄດ້ລົງນາມຂໍ້ຕົກລົງກ່ຽວກັບການເຄື່ອນໄຫວທີ່ຈະດໍາເນີນໃນປີ 2022 ພາຍໃຕ້ການສະໜັບສະໜູນດ້ານງົບປະມານ ຈາກກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາຂອງເຢຍລະມັນ ກິດຈະກໍາຕ່າງໆນີ້ ຈະສຸມໃສ່ການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ສືບຕໍ່ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງສ້າງຂອງລະບົບການສຶກສານອກໂຮງຮຽນ ແລະ ການທົດລອງແນວທາງການສຶກສາຜູ້ໃຫຍ່ ໃຫ້ເປັນປະໂຫຍດໂດຍສະເພາະແມ່ຍິງໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ. 

    ທ່ານ ສີຊະນະ ບຸບຜາ ກ່າວວ່າ:ໃນໄລຍະຜ່ານມາ ການພັດທະນາວຽກງານການສຶກສານອກໂຮງຮຽນ ໄດ້ຮັບຜົນສໍາເລັດຢ່າງຫຼວງຫຼາຍ ໃນການສົ່ງເສີມການຮຽນຮູ້ໜັງສືໃຫ້ກັບເດັກນ້ອຍ ໄວໜຸ່ມ ແລະ ຜູ້ໃຫຍ່ທີ່ດ້ອຍໂອກາດ ແລະ ພາດໂອກາດ ການພັດທະນາສູນການສຶກສານອກໂຮງຮຽນ ແລະ ສູນການຮຽນຮູ້ຊຸມຊົນ ໃຫ້ເປັນສູນແຫ່ງການຮຽນຮູ້ເພື່ອບໍລິການຊູມຊົນ ແລະ ລວມທັງການພັດທະນາບຸຄະລາກອນການ ສຶກສານອກໂຮງຮຽນ ເຊິ່ງສ່ວນໜຶ່ງຂອງຜົນສໍາເລັດດັ່ງກ່າວ ກໍໄດ້ມາຈາກການຮ່ວມມື ແລະ ການສະໜັບສະໜູນຈາກອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ໂດຍສະເພາະ ຫ້ອງການນາໆຊາດເພື່ອການສຶກສາຜູ້ໃຫຍ່ເຢຍລະມັນ ທີ່ເປັນຄູ່ຮ່ວມພັດທະນາ ແລະ ໃຫ້ການສະໜັບສະໜູນວຽກງານການສຶກສານອກໂຮງຮຽນ ແລະ ການຮຽນຮູ້ຕະຫຼອດຊີວິດ ຄຽງຄູ່ກັບກົມການສຶກສານອກໂຮງຮຽນຕະຫຼອດມາ ເພື່ອເຮັດໃຫ້ການສົ່ງເສີມວຽກງານການສຶກສານອກໂຮງຮຽນ ໄດ້ຮັບການພັດທະນາຢ່າງມີຄຸນນະພາບ ແລະ ບັນລຸຕາມແຜນພັດທະນາການສຶກສາ ແລະ ກີລາ 5 ປີ ຄັ້ງທີ IX (2021-2025) ຫວັງຢ່າງຍິ່ງວ່າຫ້ອງການ ນາໆຊາດເພື່ອການສຶກສາຜູ້ໃຫຍ່ເຢຍລະມັນ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ເພີ່ມທະວີການຮ່ວມມືໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ວຽກງານການສຶກສານອກໂຮງຮຽນບັນລຸຕາມຄາດໝາຍ ແລະ ກ້າວໄປເຖິງການພັດທະນາການຮຽນຮູ້ຕະຫຼອດຊີວິດ ໃຫ້ທຽບເທົ່າໄດ້ກັບພາກພື້ນ ແລະ ສາກົນ.

error: Content is protected !!