ໜ່ວຍພັກຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫົງສາ ຊຸກຍູ້ປະຊາຊົນປູກເຂົ້າໄດ້ໃນເນື້ອທີ່ 2.674,49 ເຮັກຕາ

    ວັນທີ 5 ກຸມພາ 2022 ຜ່ານມາ ໜ່ວຍພັກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫົງສາ ແຂວງໄຊຍະບູລີ ຈັດກອງປະຊຸມ ປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022 ໂດຍການເປັນປະທານຂອງສະຫາຍ ພູວົງ ກອງຊັບ ຄະນະພັກເມືອງ ເລຂາໜ່ວຍພັກ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫົງສາ  ມີສະຫາຍ ຈັນເພັງ ອູ່ທອງຄໍາ ຄະນະປະຈໍາພັກເມືອງ ຮອງ​ເຈົ້າ​ເມືອງ​ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ພ້ອມທີມງານ​ຂອງ​ເມືອງ ຄະນະພັກ ສະມາຊິກພັກ ​ແລະ ພະນັກງານຫ້ອງການດັ່ງກ່າວເຂົ້າຮ່ວມ.

    ສະຫາຍ ພູວົງ ກອງຊັບ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ການເມືອງໄລຍະ 1 ປີຜ່ານມາ ໜ່ວຍພັກຫ້ອງການກະສິກໍາ ແລະ ປ່າໄມ້ ເປັນໜ່ວຍພັກຮາກຖານໜຶ່ງ ມີພາລະບົດບາດສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ ພະນັກງານລັດຖະ ກອນ ແລະ ຈັດຕັ້ງປະຕິບັດ ຄົ້ນຄ້ວາເຊື່ອມຊຶມແນວທາງນະໂຍບາຍ ກົດລະບຽບພັກ ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ຫັນມະຕິ ຄຳສັ່ງ ຂອງຄະນະພັກຂັ້ນເທິງມາເປັນແຜນການ ໂຄງການລະອຽດໜ່ວຍພັກມີຄະນະໜ່ວຍພັກ 3 ສະຫາຍ ມີສະມາຊິກພັກທັງໝົດ 40 ສະຫາຍ ຍິງ 10 ສະຫາຍ ສະມາຊິກພັກສໍາຮອງ 2 ສະຫາຍ ຍິງ 1 ສະຫາຍ ຂອບເຂດຄວາມຮັບຜິດຊອບກວມເອົາ 7 ໜ່ວຍງານ 1 ສະຖານີ ໄດ້ນຳເອົາແນວທາງ ແຜນນະໂຍບາຍ ມະຕິ ຄຳສັ່ງ ລະບຽບຂອງພັກ ກົດໝາຍ ລະບຽບການຕ່າງໆໃນຂົງເຂດກະສິກໍາ ແລະ ປ່າໄມ້ ມະຕິຂອງຄະນະພັກຂັ້ນເທີິງຫັນມາເປັນທິດທາງ ແຜນການລະອຽດຂອງຕົນສະແດງອອກໄດ້ກຳນົດແຜນການປູກເຂົ້າທັງໝົດ 2.605,08 ເຮັກຕາ ປະຕິ ບັດໄດ້ 2.674,49 ເຮັກຕາ ຜົນຜະລິດໄດ້ 9.054,56 ໂຕນ ເທົ່າກັບ102,66% ການປູກພືດລະດູແລ້ງ ສາມາດປະຕິບັດໄດ້ 820,35 ເຮັກຕາ ທຽບໃສ່ແຜນການປະຕິບັດໄດ້ 71,96% ການປູກພືດລະດູຝົນ ປະຕິບັດໄດ້ 4.497,84 ເຮັກຕາ  ມີຊົນລະປະທານ 3 ແຫ່ງ ມູນຄ່າ  995 ລ້ານກ່ວາກີບ ທົ່ວເມືອງ ມີສວນກ້າ 3 ແຫ່ງ ຜະລິດເບ້ຍໄມ້ໄດ້ 197.448 ເບ້ຍ ທຽບໃສ່ແຜນແມ່ນ 78,98% ປູກໄມ້ທັງໝົດໄດ້ 192,4 ເຮັກຕາ ເທົ່າກັບ 64,13% ແຜນການ ມີກອງທືນພັດທະນາບ້ານທັງໝົດ 37 ກອງທຶນ ມີສະມາຊິກ 5.417 ຄົນ ມີເງິນຝາກຈຳນວນ 25,63 ຕື້ກ່ວາກີບ ລວມທຶນທັງໝົດ 25,9 ຕື້ກ່ວາກີບ ( ໃນນີ້ທາງພາກລັດຮັບຜິດຊອບມີຈໍານວນ 17 ກອງທຶນ ).

    ຜ່ານການປະເມີນຕີລາຄາແບ່ງປະເພດໜ່ວຍພັກຕາມ 5 ດ້ານ ໄດ້ປະເພດໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ.

..# ຂ່າວ & ພາບ : ບຸນມີ

error: Content is protected !!