ສ້າງຄວາມເປັນເອກະພາບໃນການຈັດຕັ້ງກົນໄກການປະສານງານເພື່ອການຄຸ້ມຄອງຕົວເມືອງ

    ກອງ​ປະ​ຊຸມການ​ຈັດ​ຕັ້ງ​ກົນ​ໄກ​ການ​ປະ​ສານ​ງານ​ເພື່ອ​ຄຸ້ມ​ຄອງ​ຕົວ​ເມືອງ (Urban management Platform) (UMP) ຄັ້ງ​ທີ 1 ໄດ້​ຈັດ​ຂຶ້ນວັນທີ 2 ກຸມພາ 2022 ຜ່ານມາ ໃນຮູບແບບ​​ປະ​ຊຸມ​ທາງ​ໄກ​ ໂດຍ​ໂດຍການເປັນປະທານຂອງທ່ານ​ ຮສ ປອ ອະພິໄຊຍະເດດ ອິນສີຊຽງໃໝ່ ຮອງຫົວໜ້າສະຖາບັນຄົ້ນຄວ້າ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານ ນະລົງໄຊ ມີວາປະດິດ ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງ ກະຊວງ ຍທຂ ​ມີ​ຕົວ​ແທນຈາກກະຊວງ ກົມ ພະແນກການຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ຮສ ປອ ອະພິໄຊຍະເດດ ອິນສີຊຽງໃໝ່ ໄດ້​ກ່າວຈຸດປະສົງ ແລະ ກໍານົດໝາຍການຈັດຕັ້ງກົນໄກການປະສານງານເພື່ອການຄຸ້ມຄອງຕົວເມືອງ ແມ່ນການເປີດການເຊື່ອມຕໍ່ຜູ້ທີ່ມີສ່ວນກ່ຽວຂ້ອງຕ່າງໆໃນການພັດທະຕົວເມືອງ ໂດຍຍົກໃຫ້ເຫັນກົນ​ໄກ​ການ​ປະ​ສານ​ງານ​ເພື່ອ​ຄຸ້ມ​ຄອງ​ຕົວ​ເມືອງ UMP ເປັນກົນໄກການປຶກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບນະໂຍບາຍ ແລະ ບັນຫາ​ຂອງການພັດທະນາຕົວເມືອງໃນທົ່ວຂະແໜງການ ກອງ​ປະ​ຊຸມ UMP (Urban management Platform) ນຳພາໂດຍ ກະ​ຊວງ​ໂຍ​ທາ​ທິ​ການ​ແລະ​ຂົນ​ສົ່ງ (MPWT) ແລະ ບໍລິຫານໂດຍຄະນະປະຕິບັດງານກ່ຽວກັບໂຄງການ JICA ສໍາລັບ “ການພັດທະນາສ້າງ​ຂີດຄວາມສາມາດໃນການຄວບຄຸມ ແລະ ສົ່ງເສີມການພັດທະນາຕົວເມືອງ” ໂດຍມີການຮ່ວມມືຂອງພະແນກການຕ່າງໆ​ຈາກນະຄອນຫຼວງວຽງຈັນ ກະ​ຊວງ​ການ​ເງີນ ກະ​ຊວງ​ແຜນ​ການ ​ແລະ​ ການ​ລົງ​ທືນ ແລະ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ ແລະ ​ສີ່ງ​ແວດ​ລ້ອມ.

    ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືຫຼາຍບັນຫາ ພ້ອມທັງໄດ້ຮັບຝັງການນຳສະເໜີຫຼາຍ ຫົວຂໍ້ຈາກພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນຄົ້ນຄວ້າ ພິຈາລະນາ ສ້າງຄວາມເປັນເອກະພາບໃນການ ຈັດຕັ້ງປະຕິບັດ ເພື່ອໃຫ້ໄດ້ປະສິດທີ່ຜົນຕາມຄາດໝາຍທີ່ວາງໄວ້.

..# ຂ່າວ & ພາບ : ບຸນມີ

error: Content is protected !!