ປະທານປະເທດຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງນໍ້າທາ

    ວັນທີ 7 ກຸມພາ 2022 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ ປະທານປະເທດ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນ້ຳທາ ພ້ອມຄະນະ ໂອກາດດັ່ງກ່າວ ຍັງໄດ້ຢ້ຽມຊົມການພັດທະນາເຂດເສດຖະກິດພິເສດບໍ່ເຕັນແດນງາມ ແລະ ຮັບຟັງການລາຍງານ ສະພາບຈຸດພິເສດຂອງດ່ານບໍ່ເຕັນ ການຈັດຕັ້ງປະຕິບັດວຽກງານຢູ່ດ່ານສາກົນ ບໍ່ເຕັນ. ຈາກນັ້ນ ທາງຄະນະຍັງໄດ້ໄປຢ້ຽມຢາມການຜະລິດກະສິກໍາປູກພືດເປັນສິນຄ້າຂອງບໍລິສັດ ເຖິງເຝີຍ ການຄ້າ ແລະ ສົ່ງເສີມກະສິກຳ ປູກໝາກຖົ່ວເຫຼືອງເປັນສິນຄ້າ ໃນເນື້ອທີ່ 150 ເຮັກຕາ ຊຶ່ງສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນໃນ 5 ບ້ານ 186 ຄອບຄົວ ແລະ ໃນນີ້ ບໍລິສັດຍັງໄດ້ເຊົ່າດິນປະຊາຊົນທໍາການຜະລິດເຮັກຕາ ລະ5.000.000 ກີບຕໍ່ປີ ອີກຈຳນວນໜຶ່ງ.

    ມາຮອດປັດຈຸບັນ ບໍລິສັດ ປູກຖົ່ວເຫຼືອງໄດ້ແລ້ວ 70% ຄາດໝາຍວ່າຈະໃຫ້ສຳເລັດໃນເດືອນກຸມພານີ້ ໃນເວລາຕໍ່ມາ ຄະນະໄດ້ໄປຢ້ຽມຢາມການລ້ຽງສັດຂອງຄອບຄົວ ເຊີລິວົງ ທີ່ໄດ້ລ້ຽງໝູ ສ້າງເຕົາຂ້າສັດຍ່ອຍ ແລະ ລ້ຽງປາເປັນອາຊີບ ປັດຈຸບັນ ຄອບຄົວດັ່ງກ່າວໄດ້ລ້ຽງປາ 28 ໜອງ ໃນເນື້ອທີ່ 5,6 ເຮັກຕາ ໃນແຕ່ລະປີ ໄດ້ມີການປ່ອຍປານ້ອຍຈຳນວນ 500.000 ໂຕ/ປີ ແລະ ສະໜອງປາຂາຍສູ່ທ້ອງຕະຫຼາດໄດ້ເຖິງ 120 ໂຕນ/ປີ ຕອບສະໜອງການບໍລິໂພກພາຍໃນເທສະບານເມືອງ ແລະ ແຂວງໄດ້ຢ່າງພຽງພໍໂດຍພື້ນຖານ ແລະ ຍັງສະຫນອງໃຫ້ແຂວງອື່ນໆຕື່ມອີກຈຳນວນໜຶ່ງ.

    ການໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາຂອງທ່ານເລຂາທິການໃຫຍ່ ປະທານປະເທດຄັ້ງນີ້ ໄດ້ອອກເດີນທາງດ້ວຍຂະບວນລົດໄຟ ລາວ-ຈີນ ຈາກສະຖານີນະຄອນຫຼວງວຽງຈັນ ຫາສະຖານີປາຍທາງບໍ່ເຕັນ ລົດໄຟ ລາວ-ຈີນ.

.

error: Content is protected !!