ຊ່ຽວຊານແພດຈາກ ສປ ຈີນ ເດີນທາງມາຮອດ ສປປ ລາວ

    ໂດຍຕອບສະໜອງຕາມການເຊື້ອເຊີນຂອງຝ່າຍລາວ ລັດຖະບານ ສປ ຈີນ ໄດ້ຈັດສົ່ງໜ່ວຍງານຊjຽວຊານແພດໝໍ ຈໍານວນ 6 ທ່ານ ເຂົ້າມາປະຕິບັດວຽກງານແລກປ່ຽນບົດຮຽນທາງດ້ານການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ຊ່ວຍຝ່າຍລາວຍົກລະດັບເຕັກນິກທາງດ້ານການກວດພະຍາດໂຄວິດ-19 (PRC) ແລະ ຮັບປະກັນໃຫ້ຖ້ຽວບິນຈາກປະເທດລາວເຂົ້າໄປປະເທດຈີນເປັນປົກກະຕິໄດ້ ເຊິ່ງໜ່ວຍງານດັ່ງກ່າວ ໄດ້ອອກຈາກນະຄອນຄຸນໜິງ ສປ ຈີນ ມາຮອດນະຄອນຫຼວງວຽງຈັນໃນເວລາ 15:50 ໂມງ ວັນທີ 7 ກຸມພາ 2022 ດ້ວຍຖ້ຽວບິນເໝົາລໍາ MU 7693/4 ຂອງ CES ສາຂາຄຸນໜິງ ຖືກຕ້ອນຮັບຈາກທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ.

..# ຂ່າວ & ພາບ : ຂັນທະວີ

error: Content is protected !!