ກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ

    ໃນອາທິດຜ່ານມາ ທີ່ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງຂຶ້ນ ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍຍົກລັດຖະມົນຕີ,ລັດຖະມົນຕີກະຊວງປ້ອງກັນປະເທດ ມີຄະນະພັກ ຫ້ອງການ ເມືອງ ຈາກ 4 ກົມ ບັນດາຫົວໜ້າກົມ ຮອງກົມ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

    ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຄະນະປະຈໍາພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂື້ນຜ່ານລັດຖະດຳລັດຂອງປະທານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການການເລື່ອນຊັ້ນນາຍທະຫານຊັ້ນພັນເອກ ຂຶ້ນຊັ້ນພົນຈັດຕະວາ ມາດຕາ 1 ຕົກລົງເລື່ອນຊັ້ນນາຍທະຫານ ຊັ້ນພັນເອກ ຂຶ້ນຊັ້ນພົນຈັດຕະວາ ຈຳນວນ 18 ສະຫາຍຄື: ພົຈ ວົງສັກ ສີພັນດອນ ຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິກາກອງທັບ ພົຈ ສີພອນໄຊ ຄຳທອງເຫວີນ ຫົວໜ້າກົມເສດຖະກິດ ຫ້ອງວ່າການກະຊວງປ້ອງກັນປະເທດ ພົຈ ຈອມເພັດ ໄຊຍະສຸກ ຮອງກົມໃຫຍ່ເຕັກນິກກອງທັບ ພົຈ ນິກອນ ແກ້ວພັນໄຕ ຫົວໜ້າກົມອຸດສາຫະກຳປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ ພົຈ ປົວວັນ ອາດຖະໜາໄຊ ຮອງກົມ 213 ພົຈ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ກອງພົນທີ 1 ພົຈ ຄຳອີ້ງ ກິ່ງແກ້ວ ຫົວໜ້າການທະຫານ ກບຊ ແຂວງໄຊສົມບູນ ພົຈ ພູວັນ ພິມມະຈັນ ຫົວໜ້າການເມືອງ ກຊບ ແຂວງສາລະວັນ ພົຈ ສົມພອນ ສີສຸວັນນະ ຫົວໜ້າກົມການເມືອງ ວປກ ພົຈ ວິລະພັນ ດວງມະນີ ຫົວໜ້າກົມຄົ້ນຄວ້າວິທະຍາສາດກາານທະຫານ-ການເມືອງ ວປກ ພົຈ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງວິທະຍາຄານກົມມະດຳ ພົຈ ຄຳໄພ ຟອງດາລາ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ ພົຈ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 1 ພົຈ ສຸລິວົງ ລັດວິໄລ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ ພົຈ ທອງຈັນ ວັນນະສີ ຫົວໜ້າກົມແຜ່ນທີ່ກົມໃຫຍ່ເສນາທິການກອງທັບ ພົຈ ສີທອງ ຖິ່ນສະຫວັນ  ຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ  ພົນຈັດຕະວາ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ພົນຈັດຕະວາ ບີ ມົວໄຟດາເຍຍຈ່າ ຮອງອຳນວຍການບໍລິສັດ ຢູນິເທວ ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ຕົກລົງເລື່ອນຊັ້ນພັນໂທ ຂື້ນພັນເອກ 2 ສະຫາຍ ຈະໄປເປັນທີ່ປຶກສາທູດປ້ອງກັນຊາດລາວ ຢູ່ລາຊະອານາຈັກກຳປູເຈຍ ແລະ ປະເທດມາເລເຊຍ ຄື: ພັນເອກ ຄຳແພງ ສອນພະຈັນ ຫົວໜ້າພະແນກຂ່າວ-ໄອທີ ກົມພົວພັນຕ່າງປະເທດ ແລະ ພັນເອກ ວິໄສອນ ສີສົມບັດ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ.

.# ຂ່າວ & ພາບ :  ໄຊບັນດິດ

error: Content is protected !!