ກະເບື້ອງກາສິງ ໄດ້ຮັບລາງວັນບູລິມະສິດດີເດັ່ນຂະແໜງການຄ້າຍົກ-ຄ້າຍ່ອຍ

    ທ່ານ ຄໍາສິງ ຈັນທະວົງ ຜູ້ອໍານວຍການໂຮງງານກະເບື້ອງກາສິງ ໃຫ້ສໍາພາດວັນທີ 4 ກຸມພາ 2022 ໃນໂອກາດທີ່ເຂົ້າຮັບລາງວັນທຸລະກິດອາຊຽນດີເດັ່ນ  ແຫ່ງ ສປປ  ລາວ  ປະເພດລາງວັນບູລິມະສິດດີເດັ່ນ  ຂະແໜງການຄ້າຍົກ-ຄ້າຍ່ອຍວ່າ:

    ໂຮງງານກະເບື້ອງກາສິງ ໄດ້ສ້າງຂຶ້ນໃນປີ 2012 ຢູ່ບ້ານນໍ້າຖ້ວມໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ ເຊິ່ງວັດຖຸດິບທີ່ນໍາໃຊ້ເຂົ້າໃນການຜະລິດ ໂດຍສະເພາະ ຊີມັງ ແມ່ນນໍາໃຊ້ຜະລິດຕະພັນພາຍໃນປະເທດ 100% ສ່ວນໄຍຫີນ ແລະ ໄຍແກ້ວ ແມ່ນນໍາເຂົ້າຈາກຕ່າງປະເທດ ກວມເອົາປະມານ 11% ເຄື່ອງຈັກມີກໍາລັງການຜະລິດ 5.000 ແຜ່ນຕໍ່ມື ປະກອບມີກະເບື້ອງ 2 ຮ່ອງໃຫຍ່ ແລະ ກະເບື້ອງ 4 ຮ່ອງນ້ອຍ ມີຕະຫຼາດຈໍາໜ່າຍຢູ່ 7 ແຂວງພາກເໜືອ ຄື: ຫຼວງພະບາງ ອຸດົມໄຊ ຫຼວງນໍ້າທາ ຜົ້ງສາລີ ບໍ່ແກ້ວ ຫົວພັນ ແລະ ໄຊຍະບູລີ ຄາດວ່າໃນໄວໆນີ້ ຈະຂະຫຍາຍໄປຈໍາໜ່າຍທີ່ແຂວງວຽງຈັນ ແລະ ແຂວງຊຽງຂວາງ.

    ໄລຍະຜ່ານມາ ກໍຄືປັດຈຸບັນ ໂຮງງານຜະລິດກະເບື້ອງກາສິງ ໄດ້ເນັ້ນການປັບປຸງບຸຄະລາກອນ ການບໍາລຸງຮັກສາເຄື່ອງຈັກ ການຈັດຊື້ວັດຖຸດິບ ແລະ ວິທີການຜະລິດຢູ່ເລື້ອຍໆ ເພື່ອໃຫ້ກະເບື້ອງທີ່ຜະລິດອອກມາມີຄຸນນະພາບ ລູກຄ້າມີຄວາມເຊື່ອໝັ້ນ ແລະ ເປັນທີ່ຍອມຮັບຂອງສັງຄົມ ກໍຄືຜູ້ຊົມໃຊ້ ນອກນັ້ນ ຍັງໄດ້ເນັ້ນການບໍລິການຂົນສົ່ງໃຫ້ລູກຄ້າມີຄວາມປະທັບໃຈ ພ້ອມໃຫ້ບໍລິການຫຼັງການຂາຍ ພ້ອມນັ້ນ ຍັງໄດ້ສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນເມືອງນໍ້າບາກ ແຂວງຫຼວງພະບາງ ມີວຽກເຮັດງານທໍາ ແລະ ມີລາຍຮັບທີ່ໝັ້ນຄົງ ເຊິ່ງການໄດ້ຮັບລາງວັນຄັ້ງນີ້ ຈະເປັນໃບໜ້າອັນໃໝ່ໃຫ້ແກ່ໂຮງງານຜະລິດກະເບື້ອງກາສິງ ເປັນກໍາລັງໃຈໃຫ້ແກ່ອ້າຍນ້ອງພະນັກງານ ແລະ ທີມງານບໍລິຫານຂອງໂຮງງານດັ່ງກ່າວ ໃນອະນາຄົດ ຈະສືບຕໍ່ຜະລິດກະເບື້ອງໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ ພ້ອມນັ້ນ ໃນອະນາຄົດຍັງຈະສືບຕໍ່ຂະຫຍາຍໄປຍັງແຂວງອື່ນໆພາກກາງຂອງລາວຕື່ມອີກ.

..# ຂ່າວ & ພາບ : ຂັນທະວີ

error: Content is protected !!