ປະຊາຊົນ ສະເໜີຫຼາຍບັນຫາໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ

    ເພື່ອເປັນການພົບປະກັບປະຊາຊົນ ແລະ ເຜີຍແຜ່ຜົນສຳເລັດຂອງກອງປະຊຸສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ສະນນັ້ນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມ ສສຊ ຊຸດທີ IX ແລະ ກອງປະຊຸມ ສສນວ ຊຸດທີ II ວັນທີ 7 ກຸມພາ 2022 ທີ່ສະໂມສອນເມືອງຫາດຊາຍຟອງ ນວ ຈຸດທີ 1 ນໍາໂດຍ ທ່ານ ວຽງວິໄລ ທ່ຽງຈັນໄຊ ສສຊ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ປະທານກວດກາຄະນະບໍດີຄະນະນິຕິສາດ-ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ທ່ານ ສຸກສະຫວັນ ບຸດຕະວົງ ສສນວ ຊຸດທີ II ຫົວໜ້າຄະນະ ສສນວ ປະຈຳເຂດເລືອກຕັ້ງເມືອງຫາດຊາຍຟອງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງຫາດຊາຍຟອງ ແລະ ທ່ານນາງ ຊ້ອຍສຸດາ ອິນເມືອງໄຊ ສສນວ ຊຸດທີ II ຜູ້ອຳນວຍການບໍລິສັດສວນວັດທະນະທຳຊຽງຄວນ ຈຳກັດຜູ້ດຽວ ປະທານສະພາການຄ້າ ແລະ ອຸດສາຫະກຳເມືອງຫາດຊາຍຟອງຊຸດທີ I ຕ້ອນຮັບໂດຍທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ມີພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.

    ໃນພິທີ ທ່ານ ທ່ານ ບຸນເພັງ ສີນະວົງພອນ ໄດ້ລາຍງານສະພາບຂອງການພັດທະນາເສດຖະກິດ-ສັງຄົມ 2021-2025 ແລະ ບັນດາຜົນສຳເລັດທີ່ເມືອງຍາດມາໄດ້ໃນໄລຍະຜ່ານມາ ຫຼັງຈາກນັ້ນ ສສຊ ແລະ ສສນວ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ ເປັນຕົ້ນ ບັນດາຂໍ້ມູນສຳຄັນທີ່ໄດ້ກຳນົດໃນມະຕິຕ່າງໆທີ່ຮັບຮອງເອົາໃນກອງປະຊຸມ ສສຊ ຊຸດທີ IX ແລະ ສສນວ ຊຸດທີ II ທີ່ຈັດຂຶ້ນໃນໄລຍະຜ່ານມາ. ພາຍຫຼັງຮັບຟັງການເຜີຍແຜ່ຂອງ ສສຊ ແລະ ສສນວ ແລ້ວ ຜູ້ເຂົ້າຮ່ວມກໍໄດ້ສະເໜີຫຼາຍບັນຫາຕໍ່ ສສຊ ແລະ ສສນວ ເຊັ່ນ ການຊົດເຊີຍ ການກຳນົດລາຄາທີ່ດິນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ ກ່ອນໂຄງການໃດໜຶ່ງຈະລົງມີຈັດຕັ້ງປະຕິບັດ ຕ້ອງມີການຊົດເຊີຍໃຫ້ແກ່ຜູ້ໄດ້ຮັບຜົນກະທົບໃຫ້ສຳເລັດກ່ອນ ທັງນີ້ກໍເພື່ອຄວາມຍຸດຕິທຳລະຫວ່າງເຈົ້າຂອງທີ່ດິນ ແລະ ເຈົ້າຂອງໂຄງການ ຂະແໜງການກ່ຽວຂ້ອງຄວນເອົາໃຈໃສ່ໃນການນຳໃຊ້ ແລະ ຄຸ້ມຄອງເສັ້ນທາງ ເພື່ອໃຫ້ເສັ້ນທາງສາມາດໃຊ້ໄດ້ຍາວນານ ການຄຸ້ມຄອງລາລາສິນຄ້າ ໂດຍສະເພາະ ສິນຄ້າກະສິກຳ ພິຈາລະນາໃຫ້ຜູ້ຕິດຢາເສບຕິດເຂົ້າຮັບການບຳບັດໂດຍບໍ່ເສຍຄ່າ ແລະ ບັນຫາອື່ນໆ ພ້ອມກັນນັ້ນ ສສຊ ສສນວ ກໍໄດ້ຊີ້ແຈງ ອະທິບາຍບາງຄຳສະເໜີໃຫ້ຊາບ ແລະ ນຳເອົາຄຳບາງສະເໜີເພື່ອນຳໄປສະເໜີພາກສ່ວນກ່ຽວຂ້ອງພ້ອມກັນຄົ້ນຄວ້າ ພິຈາລະນະນາແກ້ໄຂໃຫ້ແທດເໝາະກັບສະພາບຄວາມເປັນຈິງ.

..# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!