ທົບທວນຄືນ ຄວາມຄືບໜ້າໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະ III

    ກອງປະຊຸມເລີ່ມຕົ້ນການຮ່ວມເຮັດວຽກຂອງຄະນະວິຊາການ ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບຄະນະທີມງານຂອງທະນາຄານໂລກ ເພື່ອຕິດຕາມ ຊຸກຍູ້ ແລະ ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະ III ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPEIII:LEAP) ຈັດຂຶ້ນວັນທີ 7-16 ກຸມພາ 2022 (ໃນຮູບແບບອອນລາຍ) ເປັນປະທານຂອງທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ມີທ່ານ ອາເລັກ ເຄຣເມີ ຫົວໜ້າທະນາຄານໂລກ ປະຈໍາ ສປປ ລາວ ພ້ອມຫົວໜ້າກົມ ສະຖາບັນ ສູນ ພະແນກ ແລະ ພະ ນັກງານວິຊາການຈາກກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງອ້ອມຂ້າງເຂົ້າຮ່ວມ.

    ທ່ານ ສຸລິອຸດົງ ສູນດາລາ ກ່າວວ່າ: ຈຸດປະສົງໃນການຮ່ວມເຮັດວຽກໃນຄັ້ງນີ້ ແມ່ນເພື່ອທົບທວນຄືນ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ແລະ ໃຫ້ການສະໜັບສະໜູນດ້ານວິຊາການ ໃນການຈັດຕັ້ງປະຕິບັດແຜນກິດຈະກໍາຂອງໂຄງການໃນແຕ່ລະອົງປະກອບ  ທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຕິດພັນກັບການຈັດຊື້-ຈັດຈ້າງ ການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ແລະ ການຄຸ້ມຄອງບໍລິຫານດ້ານການເງິນ ແລະ ຮັບຮອງແຜນງົບປະມານປະຈຳປີຂອງໂຄງການ.

    ທະນາຄານໂລກ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ໄດ້ໃຫ້ການສະໜັບສະໜູນວຽກງານຂະແໜງການສຶກສາຂອງ ສປປ ລາວ ດ້ວຍດີຕະຫຼອດມາ ນັບແຕ່ຊຸມປີ 1990 ເປັນຕົ້ນມາ ເລີ່ມຈາກໂຄງການ EDPI.EDPII.EDP II AF.EFA FTI Program. ECE.GPEII ແລະ ໂຄງການໃໝ່ GPEIII:LEAP ໂຄງການການຮຽນຮູ້ ແລະ ຄວາມເທົ່າທຽມ ເຊິ່ງກຳລັງເລີ່ມຈັດຕັ້ງປະຕິບັດໃນປັດຈຸບັນນີ້.

.

. # ຂ່າວ – ພາບ :  ຊິລິການດາ

error: Content is protected !!