ມື້ນີ້ ພົບຜູ້ຕິດເຊື້ອໂຄວິດ-19 ອີກ 282 ຄົນ ເສຍຊີວິດເພີ່ມອີກ 5

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ວັນທີ 7 ກຸມພາ 2022 ວ່າ: ວັນທີ 6 ກຸມພາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 2.887 ຕົວຢ່າງໃນຂອບເຂດທົ່ວປະເທດ ແລະ ພົບຜູ້ຕິດເຊື້ອທັງໝົດ 282 ຄົນ ໃນນີ້ຕິດເຊື້ອພາຍໃນ 277 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີຄື:

  • ນະຄອນຫຼວງວຽງຈັນ 48 ຄົນ
  • ຫົວພັນ 79 ຄົນ
  • ໄຊສົມບູນ 40 ຄົນ
  • ສະຫວັນນະເຂດ 18 ຄົນ
  • ບໍລິຄໍາໄຊ 14 ຄົນ
  • ໄຊຍະບູລີ 13 ຄົນ
  • ອັດຕະປື 12 ຄົນ
  • ຊຽງຂວາງ 11 ຄົນ
  • ຄໍາມ່ວນ 6 ຄົນ
  • ເຊກອງ 6 ຄົນ
  • ວຽງຈັນ ບໍ່ແກ້ວ ສາລະວັນ ແລະ ອຸດົມໄຊ ແຂວງລະ 5 ຄົນ
  • ຈໍາປາສັກ ແລະ ຜົ້ງສາລີ ແຂວງລະ 4 ຄົນ
  • ແຂວງຫຼວງພະບາງ 2 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າມີ 5 ຄົນຈາກ ນະຄອນຫຼວງວຽງຈັນ 3 ຄົນ ຈຳປາສັກ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມທັງໝົດ 136.720 ກໍລະນີ ອອກໂຮງໝໍວັນທີ 6 ກຸມພາ 529 ຄົນ ກຳລັງປິ່ນປົວ 4.014 ຄົນ ແລະ ເສຍຊີວິດສະສົມທັງໝົດ 574 ຄົນ ໃນນີ້ເສຍຊິວິດໃໝ່ 5 ຄົນຄື: ຢູ່ນະຄອນຫຼວງວຽງຈັນ 3 ຄົນ ຫຼວງພະບາງ 1 ຄົນ ແລະ ຄຳມ່ວນ 1 ຄົນ.

.

. # ຂ່າວ – ພາບ :  ຂັນທະວີ

error: Content is protected !!