ເຊັນສັນຍາທົດລອງດໍາເນີນທຸລະກໍາຊັບສິນດີຈິຕັລ

    ພິທີເຊັນສັນຍາ ວ່າດ້ວຍການທົດລອງດຳເນີນທຸລະກິດຊັບສິນດີຈິຕັລ ລະຫວ່າງທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດີຈິຕັລ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ທ່ານ ສີທາ ພົມມະຈິດ ຮອງປະທານບໍລິສັດ ພູສີ ກຣຸບ ຈໍາກັດຜູ້ດຽວ ໄດ້ມີຂຶ້ນວັນທີ 3 ກຸມພາ ທີ່ ກຕສ ມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກຕສ ທ່ານ ສີທອງ ພົມມະຈິດ ປະທານບໍລິສັດ ພູສີ ກຣຸບ ຈໍາກັດຜູ້ດຽວ ມີບັນດາການນຳກະຊວງກ່ຽວຂ້ອງ ແລະ ແຂກຖຶກເຊີນເຂົ້າຮ່ວມ. 

    ໃນພິທີ, ທ່ານ ແກ້ວນະຄອນ ໄຊສຸລຽນ ໄດ້ກ່າວບາງຕອນສໍາຄັນວ່າ: ປັດຈຸບັນ ການປະຕິວັດອຸດສະຫະກຳຄັ້ງທີ 4 ພວມເປັນທ່າອ່ຽງລວມ ແລະ ເປັນກະແສຟອງພັດຜ່ານໄປທົ່ວໂລກ. ໃນນັ້ນ Block chain ຫຼື ກຸ່ມຂໍ້ມູນຜູກພັນ ເປັນເຕັກໂນໂລຊີໜຶ່ງທີ່ພົ້ນເດັ່ນໃນຍຸກອຸດສາຫະກໍາ 4.0 ທີ່ທົ່ວໂລກກໍາລັງເອົາໃຈໃສ່ຄົ້ນຄວ້າພັດທະນາ ແລະ ນໍາໃຊ້ເຂົ້າໃນຫຼາຍຂົງເຂດ ໂດຍສະເພາະໃນຂະແໜງການເງິນ. ດ້ວຍຄຸນລັກສະນະພິເສດຂອງເຕັກໂນໂລຊີ Block chain ຈຶ່ງເຮັດໃຫ້ການແລກປ່ຽນມູນຄ່າໃນຮູບແບບເອເລັກໂຕຣນິກສາມາດດໍາເນີນການຜ່ານລະບົບເຄືອຂ່າຍຄອມພີວເຕີ ຈຶ່ງເກີດມີທຸລະກໍາຊັບສິນດີຈິຕັລຂຶ້ນມາຢ່າງຫຼວງຫຼາຍ ເພື່ອໃຊ້ໃນການຊື້-ຂາຍ ຫຼື ແລກປ່ຽນມູນຄ່ານໍາກັນ  ການຮ່ວມມືໃນຄັ້ງນີ້ ແມ່ນຈັດຕັ້ງຜັນຂະຫຍາຍແຜນວິໄສທັດ ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕັລແຫ່ງຊາດຂອງລັດຖະບານໃຫ້ບັນລຸຕາມເປົ້າໝາຍ.

    ທ່ານ ສີທາ ພົມມະຈິດ ກ່າວຕື່ມວ່າ: ການເຊັນສັນຍາໃນຄັ້ງນີ້ ຈະເປັນຜົນດີໃນການສົ່ງເສີມໃຫ້ພາກທຸລະກິດມີຄວາມເຂັ້ມແຂງ ພ້ອມທັງເປັນຊ່ອງທາງໃນການເພີ່ມລາຍຮັບໃຫ້ແກ່ພາກລັດຫຼາຍຂຶ້ນ ເຊິ່ງບໍລິສັດພວກເຮົາພ້ອມແລ້ວທີ່ຈະພັດທະນາຮ່ວມກັບພາກລັດໃນການສຶກສາ ແລະ ນໍາໃຊ້ລະບົບບລັອກເຊນ (Block chain) ເຂົ້າໃນການພັດທະນາຂະແໜງການຕ່າງໆຂອງລັດຖະບານ ດ້ວຍການຫັນຈາກລະບົບທໍາມະດາ ກ້າວສູ່ລະບົບດິຈິຕັລ ເຮັດໃຫ້ການບໍລິຫານມີປະສິດທິພາບຍິ່ງຂຶ້ນ ເພື່ອຂັບເຄື່ອນລະບົບເສດຖະກິດມະຫາພາກໃຫ້ຂະຫຍາຍຕົວແບບກ້າວກະໂດດ ມີຄວາມທັນສະໄໝ ປອດໄພ ໂປ່ງໃສ ແລະ ເຊື່ອມໂຍງກັບສາກົນໄດ້.

.

. # ຂ່າວ – ພາບ :  ຂັນທະວີ

error: Content is protected !!