ວັນນີ້ ພົບຜູ້ເສຍຊີວິດຍ້ອນພະຍາດໂຄວິດ ໃໝ່ 4 ຄົນ

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າຄວບພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 6 ກຸມພາ ປີ 2022 ວ່າ: ວັນທີ 5 ກຸມພາ 2022 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.906 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 290 ຄົນ (ຕິດເຊື້ອພາຍໃນ 281 ຄົນ ແລະ ນໍາເຂົ້າ 9 ຄົນ) ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 281 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີຄື: 

  • ນະຄອນຫຼວງ 36 ຄົນ
  • ຫົວພັນ 60 ຄົນ 
  • ຊຽງຂວາງ 44 ຄົນ 
  • ສາລະວັນ 20 ຄົນ 
  • ອັດຕະປື 20 ຄົນ 
  • ໄຊຍະບູລີ 18 ຄົນ 
  • ບໍລິຄໍາໄຊ 16 ຄົນ 
  • ສະຫວັນນະເຂດ 11 ຄົນ 
  • ຄໍາມ່ວນ 10 ຄົນ 
  • ເຊກອງ 7 ຄົນ 
  • ວຽງຈັນ 6 ຄົນ 
  • ບໍແກ້ວ 6 ຄົນ
  • ຫຼວງນໍ້າທ່າ 5 ຄົນ 
  • ຜົ້ງສາລີ 5 ຄົນ 
  • ອຸດົມໄຊ 5 ຄົນ 
  • ຫຼວງພະບາງ 4 ຄົນ 
  • ຈໍາປາສັກ 4 ຄົນ 
  • ໄຊສົມບູນ 4 ຄົນ. 

    ສໍາລັບການຕິດເຊື້ອນໍາເຂົ້າ ມີ 9 ຄົນ ທັງໝົດຈາກນະຄອນຫຼວງ 4 ຄົນ ວຽງຈັນ 4 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 136.438 ກໍລະນີ ອອກໂຮງໝໍວານນີ້ 158 ຄົນ ກຳລັງປິ່ນປົວ 4.478 ຄົນ ແລະ ເສຍຊີວິດສະສົມທັງໝົດ 569 ຄົນ (ເສຍຊິວິດໃໝ່ 4 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 4 ຄົນ ຢູ່ ແຂວງບໍລີຄຳໄຊ 2 ຄົນ ນະຄອນຫຼວງ 1 ຄົນ ແລະ ໄຊຍະບູລີ 1 ຄົນ.

.

    . # ຂ່າວ – ພາບ :  ວຽງມາ

error: Content is protected !!