ມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2022 ໃຫ້ແກ່ 5 ພາກສ່ວນ

    ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງ ທ່ຽວອະນຸພາກພື້ນແມ່ນໍ້າໄລຍະ 2 ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດພິທີ ມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2022 ຂຶ້ນເມື່ອວັນທີ 4 ກຸມພາ 2022 ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖວທ ມີທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ຫົວໜ້າເຈົ້າໜ້າທີ່ອາວຸໂສ ທ່ອງທ່ຽວ ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຂະແໜງກ່ຽວຂ້ອງ.

    ນັບແຕ່ປີ 2020 ເປັນຕົ້ນມາ ການທ່ອງທ່ຽວອາອາຊຽນ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການລະ ບາດຂອງພະຍາດໂຄວິດ-19 ຈຳນວນຕົວເລກນັກທ່ອງທ່ຽວສາກົນທີ່ໄປທ່ຽວອາຊຽນຫຼຸດລົງ 90,3% ລາຍຮັບຈາການທ່ອງທ່ຽວຫຼຸດລົງ 94,33% ຖ້າທຽບໃສ່ປີ 2019 ຕໍ່ສະພາບການດັ່ງກ່າວ ຂະແໜງການ ທ່ອງທ່ຽວອາຊຽນໄດ້ມີຄວາມພະຍາຍາມສູງ ແລະ ກຳນົດນະໂຍບາຍສົ່ງເສີມການທ່ອງທ່ຽວພາຍໃນ ເພື່ອຊຸກຍູ້ຜູ້ປະກອບການທຸລະກິດທ່ອງທ່ຽວໃຫ້ມີການເຄື່ອນໄຫວ ແລະ ສ້າງລາຍຮັບໃນຂົງເຂດດັ່ງກ່າວ ຕໍ່ກັບບັນຫາດັ່ງກ່າວ ບັນດາປະເທດສະມາຊິກກໍໄດ້ຮັບຮອງເອົາບັນດາເອກະສານທີ່ສຳຄັນ ເປັນຕົ້ນ ການ ຟື້ນຟູການທ່ອງທ່ຽວອາຊຽນຫຼັງການລະບາດພະຍາດໂຄວິດ-19 ຄູ່ມືສຸຂະອະນາໄມ ຄວາມປອດໄພ ສຳລັບອາຊີບ ແລະ ຊຸມຊົນໃນອຸດສາຫະກຳທ່ອງທ່ຽວ ມາດຕະຖານສະຖານທີ່ຈັດກອງປະຊຸມອາຊຽນ ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ແລະ ອື່ນໆ.

    ໃນແຕ່ລະປີ ຈະມີການຈັດງານວາງສະແດງການທ່ອງທ່ຽວອາຊຽນ ສຳລັບງານວາງສະແດງການ ທ່ອງທ່ຽວອາຊຽນ ປະຈຳປີ 2022 ມີຜູ້ເຂົ້າຮ່ວມມາຈາກ 27 ປະເທດ ຈາກພາກພື້ນ ແລະ ສາກົນ 136 ພາກສ່ວນ ສຳລັບປະເທດລາວມີ 1 ຮ້ານຄື  ກະຊວງ ຖວທ ໃນງານດັ່ງກ່າວໄດ້ມີການມອບ-ຮັບລາງວັນ ມາດຕະຖານການທ່ອງທ່ຽວອາຊຽນ ປະກອບມີ 3 ມາດຖານຄື ມາດຕະຖານໂຮງແຮມຂຽວອາຊຽນ ເມືອງທ່ອງທ່ຽວສະອາດອາຊຽນ ສະຖານທີ່ຈັດງານອາຊຽນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ ມີທັງໝົດ 145 ລາງວັນ ສຳລັບ ສປປ ລາວໄດ້ຮັບ 5 ລາງວັນຄື ໂຮງແຮມແລນມາກແມ່ຂອງ ລີເວີໄຊ ດອນຈັນພາເລດ ລາວພລາຊາ ແລະ ໂຮງແຮມເໝືອງແທງ ໄດ້ຮັບລາງວັນມາດຕະຖານ ຫ້ອງປະຊຸມອາຊຽນ ແລະ ສູນການຄ້າລາວ-ໄອເຕັກ ໄດ້ຮັບລາງວັນສະຖານທີ່ຈັດງານສະແດງອາຊຽນ ໂດຍມີຕາງໜ້າຈາກ 5 ພາກສ່ວນຂຶ້ນຮັບລາງວັນ ເປັນກຽດມອບລາງວັນໂດຍທ່ານ ອຸ່ນທວງ ຂາວພັນ.

.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!