ເດືອນກຸມພາ ປັອບ ພລອຍ ຊັອບ ຈໍາໜ່າຍກະເປົ່າສີມືຂອງຄົນລາວ-ໄທ ໃນລາຄາ 99 ພັນກີບທຸກໜ່ວຍ

    ທ່ານນາງ ເຈນຈິລາ ຈິນານຸວັດທະນາ ເຈົ້າຂອງຮ້ານ ປັອບ ພລອຍ ຊັອບ (POP PLOY SHOP) ໃຫ້ສໍາພາດວ່າ: ຕົນເປັນນັກທຸລະກິດຈາກປະເທດໄທ ທີ່ມາລົງທຶນຢູ່ນະຄອນຫຼວງວຽງຈັນມາໄດ້ຫຼາຍກວ່າ 10 ປີ ໂດຍສະເພາະ ດໍາເນີນທຸລະກິດກ່ຽວກັບການຂາຍປະເພດເຄື່ອງນຸ່ງຫົ່ມ ເກີບ ແລະ ຜະລິດຕະພັນຈັກສານທີ່ເຮັດຈາກສີໄມ້ລາຍມືຂອງຄົນລາວ ແລະ ຄົນໄທພາກອິສານຫຼາຍຮູບແບບ ໂດຍມີຈຸດປະສົງເພື່ອເຊື່ອມສາຍສໍາພັນຄວາມສາມັກຄີຮັກແພງ ພ້ອມທັງຊຸກຍູ້ສົ່ງເສີມຜະລິດຕະພັນຂອງທັງສອງປະເທດໃຫ້ເປັນທີ່ຮູ້ຈັກຂອງສັງຄົມ ແລະ ເຂົ້າເຖິງຜູ້ຊົມໃຊ້ໃຫ້ນັບມື້ຫຼາຍຂຶ້ນ ເຊິ່ງມີຮ້ານຕັ້ງຢູ່ສູນການຄ້າທາດຫຼວງພລາຊາ ນະຄອນຫຼວງວຽງຈັນ ເປີດໃຫ້ບໍລິການທຸກມື້ ເລີ່ມແຕ່ເວລາ 8:00 ຫາ 19:00 ໂມງ.

    ສໍາລັບສິນຄ້າ ແລະ ຜະລິດຕະພັນທີ່ຈໍາໜ່າຍພາຍໃນຮ້ານ ປັອບ ພລອຍ ຊັອບ ປະກອບມີ ຂົງເຂດສິນຄ້ານໍາເຂົ້າມີຍີ່ຫໍ້ຈາກປະເທດໄທ ຍີ່ຫໍ້ Jhon Henry ເສື້ອຜ້າສໍາລັບຜູ້ຊາຍ ແລະ ຍີ່ຫໍ້ Espada ເສື້ອຜ້າສໍາລັບທັງຜຸ້ຊາຍ ແລະ ຜູ້ຍິງ ພ້ອມນັ້ນ ຍັງມີຂົງເຂດຫັດຖະກໍາຈັກສານປະເພດກະເປົາ ແລະ ເຄື່ອງເອ້ຢ້ອງພາຍໃນຄົວເຮືອນທີ່ເປັນຜະລິດຕະພັນສີໄມ້ລາຍມືຂອງຄົນລາວ ແລະ ຄົນພາກອິສານຂອງປະເທດໄທ ເພື່ອເປັນການຄືນກໍາໄລໃຫ້ກັບລູກຄ້າໃນໄລຍະເດືອນກຸມພາ 2022 ໂດຍສະເພາະ ເພື່ອຕ້ອນຮັບວັນທີ 14 ກຸມພາ ທາງຮ້ານດັ່ງກ່າວໄດ້ມີການຫຼຸດລາຄານັບແຕ່ມື້ນີ້ຈົນເຖິງວັນທີ 28 ກຸມພາ ເຊິ່ງກະເປົາຈັກສານ ໄດ້ຈໍາໜ່າຍໃນລາຄາ 99.000 ພັນກີບທຸກໜ່ວຍ ແລະ ເສື້ອຜ້າລາຄາ 99.000 ກີບທຸກໂຕ ນອກນັ້ນ ຍັງມີຜະລິດຕະພັນອື່ນໆອີກທີ່ຫຼຸດລາຄາປະມານ 10% ຂອງມູນຄ່າລາຄາປົກກະຕິ.

.

. # ຂ່າວ – ພາບ :  ຂັນທະວີ

error: Content is protected !!