ສສຊ-ສສນວ ພົບປະຜູ້ມີສິດເລືອກຕັ້ງ ນາຍ-ພົນທະຫານ

    ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສນວ) ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມ ສສຊ ຊຸດທີ IX ແລະ ກອງປະຊຸມ ສສນວ ຊຸດທີ II ໃນວັນທີ 4 ກຸມພາ 2022 ທີ່ສະໂມສອນກອງບັນຊາການປ້ອງກັນກັນຄວາມສະຫງົບ ເມືອງນາຊາຍທອງ ນວ ຈຸດທີ 2 ນໍາໂດຍ ທ່ານ ສົມພຽນ ວົງໄຊ ສະມາຊິກ ສສຊ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ແລະ ຄະນະປະຈໍາ ສສນວ ປະທານຄະນະກໍາມະທິການຍຸຕິທໍາ ແລະ ປກຊ-ປກສ ສສນວ ທ່ານ ແສງວິໄລ ສີລັດຕະນະ ສະມາຊິກ ສສນວ ຊຸດທີ II ຮອງຫົວໜ້າຄະນະສະມາຊິກ ສສນວ ປະຈໍາເຂດເລືອກຕັ້ງເມືອງ ຄະນະພັກເມືອງ ຫົວໜ້າຫ້ອງການຊັບພະຍາກອນເມືອງນາຊາຍທອງ ທ່ານ ດຣ ບຸນທະວີ ເດດບັນດິດ ສະມາຊິກ ສສນວ ຊຸດທີ II ຮອງຫົວໜ້າພະແນກສາທາລະນະສຸກ ນວ ຕ້ອນຮັບໂດຍທ່ານ ພັນໂທ ກົງ ຄະນະລັງສຸກ ຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທາງ ພ້ອມດ້ວຍຄະນະພັກ ຄະນະບັນຊາ ນາຍ ແລະ ພົນທະຫານ 2 ກອງເຂົ້າຮ່ວມ. 

    ທ່ານ ກົງ ຄະນະລັງສຸກ ໄດ້ລາຍງານສະພາບລວມການເຄື່ອນໄຫວຂອງກອງບັນຊາການ ປກສ ເມືອງນາຊາຍທອງໂດຍຫຍໍ້ ຈາກນັ້ນ ຄະນະ ສສຊ ແລະ ສສຊ ນວ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ຜົນກອງປະຊຸມດັ່ງກ່າວ. ພ້ອມນີ້ ຍັງໄດ້ຮັບຟັງຄຳຄິດຄຳເຫັນ ຄຳສະເໜີ ຂອງຄະນະພັກ ຄະນະບັນຊາ ນາຍ ແລະ ພົນທະຫານ ເປັນຕົ້ນ: ໃຫ້ຂັ້ນເທິງພິຈາລະນະ ແລະ ບິແບ່ງງົບປະມານຊ່ວຍເຫຼືອກໍາລັງ ປກສ ເມືອງ ເນື່ອງຈາກງົບປະມານບໍ່ພຽງພໍຕໍ່ການປ້ອງກັນ ຕິດຕາມບັນຫາຢາເສບຕິດເພີ່ມອີກ ໃຫ້ຂັ້ນເທິງແກ້ໄຂ ແລະ ພິຈາລະນາຊ່ວຍສ້າງຄ້າຍຂຸມຂັງໃຫ້ແກ່ ປກສ ເມືອງ ຂໍໃຫ້ຕິດຕັ້ງກ້ອງວົງຈອນຕາມເສັ້ນທາງທີ່ມີຄວາມສ່ຽງ ເປັນຕົ້ນ ເສັ້ນທາງເລກທີ 13 ເໜືອ ຕັດຫານາຄູນນ້ອຍ ແລະ ອື່ນໆ ຈາກນັ້ນ ບັນດາທ່ານສະມາຊິກ ສສຊ ແລະ ສະມາຊິກ ສສນວ ກໍໄດ້ຊີ້ແຈງອະທິບາຍບາງຄຳສະເໜີໃຫ້ຄະນະພັກ ຄະນະບັນຊາ ນາຍ-ພົນທະຫານຊາບ ແລະ ເກັບເອົາຄຳບາງສະເໜີ ເພື່ອນຳໄປສະເໜີພາກສ່ວນກ່ຽວຂ້ອງ ພ້ອມກັນຄົ້ນຄວ້າ ແກ້ໄຂໃຫ້ແທດເໝາະກັບສະພາບຄວາມເປັນຈິງ.

# ຂ່າວ & ພາບ :  ວຽງມາ

error: Content is protected !!