ກະຊວງພາຍໃນ ຈັດພິທີປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ວັນທີ 4 ກຸາພາ 2022 ທີ່ກະຊວງດັ່ງກ່າວ ເປັນກຽດເຂົ້າຮ່ວມຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີຫົວໜ້າກົມ ຮອງກົມ ຫ້ອງການ ພະແນກເຂົ້າຮ່ວມ.


ໃນພິທີ ທ່ານ ສຸດທະພອນ ອັກຄະວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງພາຍໃນ ໄດ້ອ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນຮັບອຸດໜູນບຳນານຈຳນວນ 5 ທ່ານຄື ທ່ານນາງ ທອງບາ ສັກກະເສີມສຸກ ອາຍຸກະສຽງ 55 ປີ ທ່ານ ສຸບັນ ຫຼວງອາມາດ ທ່ານ ທອງວັນ ສີສະຫວັນ ທ່ານ ບົວວັນ ພຸດທະວົງ ອາຍຸກະສຽນ 60 ປີ ແລະ ທ່ານ ມຸນຕີ ອາລິຍະວົງສິງ ອາຍຸກະສຽນ 58 ປີ ໂດຍເຫັນດີອານຸມັດທັງ 5 ທ່ານຮັບອຸດໜູນບຳນານ ນັບແຕ່ເດືອນມັງກອນ ປີ 2022 ເປັນຕົ້ນໄປ.
.
# ຂ່າວ & ພາບ : ອົ່ນ ໄຟສົມທອງ