ເຈົ້າຄອງ ນວ ຕ້ອນຮັບການເຂົ້າພົບປະຜູ້ວ່າລາຊະການແຂວງໜອງຄາຍພ້ອມຄະນະ

    ຄະນະຜູ້ແທນນະຄອນຫຼວງວຽງຈັນ (ນວ) ນໍາໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ໄດ້ຕ້ອນຮັບການເຂົ້າພົບປະຄະນະຜູ້ແທນແຂວງໜອງຄາຍ ແຫ່ງລາຊະອານາຈັກໄທ ນໍາໂດຍທ່ານ ມົນສິດ ໄພສານຖະນະວັດ ຜູ້ວ່າຣາຊະການແຂວງໜອງຄາຍ ລາຊະອານາຈັກໄທ ວັນທີ 4 ກຸມພາ 2022 ທີ່ຫ້ອງວ່າການ ນວ. 

    ການພົບປະຂອງຄະນະຜູ້ແທນ ນວ ແລະ ຄະນະຜູ້ແທນແຂວງໜອງຄາຍ ແຫ່ງລາຊະອານາຈັກໄທ ຖືວ່າເປັນການເດີນທາງມາຄັ້ງທໍາອິດຂອງຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດທີ່ເດີນທາງມາ ນວ ພາຍຫຼັງເກີດສະພາບການແຜ່ລະບາດພະຍາດໂຄວິດ-19 ເປັນຕົ້ນມາ ພ້ອມນັ້ນ ກໍເປັນໂອກາດອັນດີທີ່ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຜູ້ວ່າຣາຊະການແຂວງໜອງຄາຍ ຕ່າງກໍໄດ້ຮັບດໍາລົງຕໍາແໜ່ງເປັນເຈົ້າຄອງ ແລະ ຜູ້ວ່າຄົນໃໝ່ ເຊິ່ງການພົບປະຂອງຄະນະຜູ້ແທນທັງສອງຝ່າຍ ເປັນການຮັດແໜ້ນຄວາມສາມັກຄີ ເສີມຂະຫຍາຍສາຍພົວພັນການຮ່ວມມື ແລກປ່ຽນຂໍ້ມູນດ້ານການຄ້າ ການລົງທຶນ ການຮ່ວມມືຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ລະຫວ່າງ ນວ ແລະ ແຂວງໜອງຄາຍໃຫ້ນັບມື້ມີການຂະຫຍາຍຕົວຍິ່ງໆຂຶ້ນ ພ້ອມນັ້ນ ທັງສອງຝ່າຍຍັງໄດ້ລາຍງານສະພາບການພັດທະນາດ້ານ ເສດຖະກິດ-ສັງຄົມຂອງແຂວງຕົນໃຫ້ກັນຊາບຕື່ມອີກ. 

    ພາຍຫຼັງທີ່ຄະນະຜູ້ແທນແຂວງໜອງຄາຍໄດ້ສໍາເລັດການພົບປະກັບເຈົ້າຄອງ ນວ ແລ້ວ ຄະນະຜູ້ແທນດັ່ງກ່າວ ຍັງໄດ້ເດີນທາງໄປຢ້ຽມຢາມດ່ານສາກົນທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ນວ ຕື່ມອີກ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!