ມີຫຼາຍບໍລິສັດທີ່ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ແລະ ລາງວັນການພັດທະນາສີມືແຮງງານ

    ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ພາຍໃຕ້ການສະໜັບສະໜູນໂດຍໂຄງການພັດທະນາອະຊີວະສຶກສາ ອົງການຮ່ວມມືລາວ-ເຢຍລະມັນ (GIZ) ປະຈຳລາວ ໄດ້ຈັດງານ “ມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ `ລາງວັນການພັດທະນາສີມືແຮງງານ ປະຈຳປີ 2021 ” (ASEAN Business Awards Laos and Skill Development) ວັນທີ 4 ກຸມພາ 2022 ທີ່ໂຮງແຮມຄຣາວ ພລາຊາ ໂດຍການມອບຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະ ມົນຕີ ມີທ່ານ ຄຳເເພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍທ່ານເອກອັກຄະລັດຖະທູດສະຫະພັນເຢຍລະມັນປະຈຳລາວ ແລະ ບັນດານັກທຸລະກິດທີ່ຊະນະເລີດໄດ້ຮັບ “ລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ແລະ ລາງວັນການພັດທະນາສີມືແຮງງານ ປະຈຳປີ 2021 ພິເສດພາຍໃນງານຍັງໄດ້ເຊື້ອເຊີນ ນັກທຸລະກິດລາວຈຳນວນ 4 ບໍລິສັດ ເຊັ່ນ: ບໍລິສັດ ASEAN Contact Center Co., Ltd ກຸ່ມບໍລິສັດ ດາວເຮືອງ ຈຳກັດ ບໍລິສັດ ອອກພົບຕົກ ແລະ ໂຮງແຮມ ອັງສານາ ເມຊົງ ສຸວັນນະພູມ ທີ່ໄດ້ຮັບລາງວັນຊະນະເລີດ ລາງວັນທຸລະກິດອາຊຽນດີເດັ່ນ ປະຈຳປີ 2021 ທີ່ ປະເທດບູໄນເປັນເຈົ້າພາບໃນປີ 2021 ເຂົ້າຮ່ວມຕື່ມອີກ. 

    ທ່ານ ທະນົງສິນ ກັນລະຍາ ໃນນາມສະມາຊິກສະພາທີ່ປຶກສາທຸລະກິດອາຊຽນ ຮອງປະທານ ສຄອຊ ກ່າວວ່າ: ການຊີງລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ແລະ `ລາງວັນການພັດທະນາສີມືແຮງງານ ປະຈຳປີ 2021 ໄດ້ຮັບການກວດສອບ ຕັດສິນ ນອກຈາກຕົວແທນຈາກພາກລັດ ຄະນະຜູ້ຕາງຫນ້າຂອງສະຖາບັນການສຶກສາລາວ ຕາງໜ້າຈາກສື່ມວນຊົນ ແລະ ພາກທຸລະກິດແລ້ວ ແມ່ນຍັງໄດ້ຮ່ວມມືກັບບໍລິສັດ KPMG ເພື່ອຮັບປະກັນຄວາມໂປ່ງໃສ ຄວາມຍຸຕິທໍາ ຄວາມເປັນມືອາຊີບເຂົ້າໃນຂະບວນການຄັດເລືອກ ແລະ ຕັດສິນຜູ້ຊະນະເລີດລາງວັນ.

    ຜ່ານການຄັດເລືອກບໍລິສັດທີ່ໄດ້ຮັບລາງວັນປະເພດຂະແໜງບູລິມະສິດດີເດັ່ນຂອງລາວປະກອບມີ ບໍລິສັດຜະລິດ-ໄຟຟ້າລາວມະຫາຊົນ ສວນພຶກສາ ບໍລິສັດຮຸ່ງອາລຸນໂລຈິສຕິກ ຈໍາກັດຜູ້ດຽວ ບໍລິສັດ ປາກຊ່ອງພັດທະນາຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໂຮງງານກະເບື້ອງກາສິງ.

    ປະເພດລາງວັນທຸລະກິດຂະໜາດນ້ອຍ ແລະ ກາງດີເດັ່ນ ປະກອບມີ ບໍລິສັດ ຄໍາມະນີ ເຈັນເນີຣອນເຊີວີກ ຈໍາກັດ ບໍລິສັດ ວຽງຈັນ ຈີໂອເມຕິກ ເຊີວິສ ຈໍາກັດ ຜູ້ດຽວ ບໍລິສັດສະຕາຟິນເທັກ ຈໍາກັດຜູ້ດຽວ ບໍລິສັດແຫຼ່ງທ່ອງທ່ຽວຕາດເຍືອງ ແລະ ໂຮງແຮມອັງສະມາ ເມຊົງ ສຸວັນນະພູມ.

    ປະເພດລາງວັນພິເສດ ມີ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເອກພັດທະນາ ບໍລິສັດ ວຽງຈັນ ຈີໂອເມຕິກ ເຊີວິສ ຈໍາກັດຜູ້ດຽວ ທະນາຄານ ເອັສທີ ຈໍາກັດ ບໍລິສັດ ປະກັນໄພ ພົງສະຫວັນ ທະນາຄານ ມາຣູຮານ ເຈແປນລາວ ຈໍາກັດ ວິສາຫະກິດຍອດຄໍາສ່ວນບຸກຄົນ ບໍລະສັດຂົນສົ່ງສາກົນ ຈໍາກັດ.

    ສ່ວນລາງວັນພັດທະນາສີມືແຮງງານດີເດັ່ນ ປະກອບມີ ບໍລິສັດ ຄໍາມະນີ ເຈັນເນີຣອນເຊີວີສ ຈໍາກັດ ທະນາຄານລາວຝຣັ່ງ ບໍລິສັດ ພູເບ້ຍ ມາຍນິງ ໂຮງຮຽນເຕັກນິກ-ວິຊາຊີບ ບີເອສວີ (ບຸນເກີດ) ອູ່ຄໍາສ້ອມແປງຄົບວົງຈອນ ບໍລິສັດ ເຄທີຟາມຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ໂຮງແຮມ ຢູນນານເໜິງໂຖຈູ້ງເຈີ້ງຫຼວງພະບາງ (ໂຮງແຮມຟຸແມນ) ໂຮງແຮມຊຽງແກ້ວຫຼວງພະບາງ ໂຮງແຮມເມຊົວສຸວັນນະພູມ ແລະ ສູນພັດທະນາ ແລະ ທົດສອບສີມືແຮງງານເວດສະພົງ. 

    ນອກນີ້ ພາຍໃນງານ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ໄດ້ມອບໃບຍ້ອງຍໍໃຫ້ແກ່ຄູ່ຮ່ວມຍຸດທະສາດການຈັດງານ ແລະ ຜູ້ສະໜັບສະໜູນການຈັດງານ ປະກອບມີ ໂຄງການພັດທະນາອະສິວະສຶກສາປະຈໍາລາວ ບໍລິສັດ ເຄພີເອັມຈີລາວ ຈໍາກັດ ບໍລິສັດ ຄາຕາລີສ ພາດເນີ້ ບໍລິສັດ ສະມາດເທັກໂນໂລຊີ ຈໍາກັດ ຮ້ານຄໍາພູວົງ ທະນາຄານຊາຄອມແບັງ ແລະ ບໍລິສັດ ກູລູ ແອັດເວີທາຍຊິງ ຈໍາກັດ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!