ກວດພົບຜູ້ຕິດເຊື້ອ 329 ຄົນ ເສຍຊີວິດ 3 ຄົນ

  ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 31 ມັງກອນ 2022 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 30 ມັງກອນ 2022 ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທົ່ວປະເທດ ທັງໝົດ 2.657 ຕົວຢ່າງ ຜົນກວດພົບເຊື້ອ 329 ຄົນ ໃນນັ້ນ ຕິດເຊື້ອພາຍໃນ 319 ຄົນ ມີແຂວງຊຽງຂວາງ 83 ຄົນ  ນະຄອນຫຼວງ 41 ຄົນ ບໍລິຄໍາໄຊ 33 ຄົນ ໄຊສົມບູນ    32 ຄົນ ຫົວພັນ 29 ຄົນ ອັດຕະປື 28 ຄົນ ໄຊຍະບູລີ 14 ຄົນ ຄໍາມ່ວນ 9 ຄົນ ວຽງຈັນ 7 ຄົນ ເຊກອງ 7 ຄົນ  ສະຫວັນນະເຂດ ຫຼວງພະບາງ ບໍ່ແກ້ວ  ແລະ  ແຂວງອຸດົມໄຊ ແຂວງລະ 6 ຄົນ ຈໍາປາສັກ 5 ຄົນ ຫຼວງນໍ້າທາ 4    ຄົນ ແລະ ແຂວງສາລະວັນ 3 ຄົນ.

    ສໍາລັບການຕິດເຊື້ອນໍາເຂົ້າມີ 10 ຄົນ ທັງໝົດຈາກນະຄອນຫຼວງວຽງຈັນ 9 ຄົົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

    ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢູ່ ສປປ ລາວ ທັງໝົດ 133.853 ກໍລະນີ ອອກໂຮງໝໍວັນທີ 30 ມັງກອນຜ່ານມາ  570 ຄົນ ກຳລັງປິ່ນປົວ 5.568 ຄົນ ແລະ ເສຍຊີວິດສະສົມທັງໝົດ 547 ຄົນ (ເສຍຊິວິດໃໝ່  3 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 3 ຄົນ ຈາກ ບໍລິຄໍາໄຊ 2 ຄົນ ແລະ ຫົວພັນ 1 ຄົນ.

   ສປປ ລາວ ເຮົາວັນນີ້ ເປັນອີກວັນໜຶ່ງ ທີ່ມີລາຍງານການຕິດເຊື້ອຕໍ່າກວ່າ 400 ຄົນຕໍ່ວັນ ຫຼາຍໂຮງໝໍພາກສະໜາມແມ່ນມີ ຄົນເຈັບໜ້ອຍລົງ ແລະ ບາງແຫ່ງ ກໍແມ່ນໄດ້ປິດຊົ່ວຄາວ  ແຕ່ພວກເຮົາກໍຍັງມີລາຍງານການເສຍຊິວິດທີ່ພົບຫຼາຍໃນຜູ້ອາຍຸສູງຜູ້ທີ່ບໍ່ໄດ້ຮັບວັກຊິນ ຫຼື ກວດ ແລະ ປິ່ນປົວດ້ວຍຕົນເອງ ເຮັດໃຫ້ເກີດມີອາການໜັກຈຶ່ງມາໂຮງໝໍ. 

    ສໍາລັບການໃຊ້ເຄື່ອງກວດແບບໄວ ດ້ວຍຕົນເອງ ຖ້າຫາກມີຄົນໃນຄອບຄົວທ່ານ 1 ຄົນ ໃຊ້ກວດເຄື່ອງກວດ ແບບໄວ ຜົນກວດຂຶ້ນເປັນ 2 ຂີດ ສ່ວນຄົນອື່ນໃນສະມະຊິກຄອບຄົວເຖິງຈະຂຶ້ນເປັນ 1 ຂີດ ກໍຂໍໃຫ້ທຸກຄົນໃນຄອບຄົວຈົ່ງພ້ອມກັນໄປເກັບຕົວຢ່າງຢູ່ຈຸດບໍລິການທີ່ຄະນະສະເພາະກີດກຳນົດໄວ້ຕື່ມອີກ ເພື່ອຄວາມປອດໄພຂອງຄອບຄົວ ແລະ ທຸກຄົນໃນສັງຄົມ  ຜ່ານມາເຄີຍມີເຫດການຕົວຈິງທີ່ເກີດມາແລ້ວ ໃນຄອບຄົວມີ 1 ຄົນ ທີ່ກວດ ເປັນ 2 ຂີດ ສ່ວນອີກ 3 ຄົນ ແມ່ນຂຶ້ນຂີດດຽວ ແຕ່ຍ້ອນມີການພົວພັນໃກ້ສິດ ຈຶ່ງໄປກວດທຸກຄົນ ແລະ ຜົນອອກມາແມ່ນຕິດເຊື້ອ (ບວກ) ຍ້ອນວ່າຜູ້ທີ່ຂຶ້ນ 1 ຂີດ ບໍ່ເອົາໃຈໃສ່ໃນການປ້ອງກັນຕົນເອງ ເພາະຄິດວ່າຕົນເອງຂຶ້ນຂີດດຽວແລ້ວບໍ່ຕິດເຊື້ອ ເພາະເຄື່ອງກວດແບບໄວດ້ວຍຕົນເອງ ກໍລະນີຈະເປັນ 2 ຂີດກໍຕໍ່ເມື່ອທີ່ມີເຊື້ອພະຍາດຈຳນວນຫຼາຍ ແລະ ມີອາການສະແດງອອກແລ້ວເທົ່ານັ້ນ ແລະ ນັ້ນແມ່ນເຫດຜົນທີ່ກຸ່ມສ່ຽງສຳພັດກັບຜູ້ຕິດເຊື້ອ ຕ້ອງໄປກວດຕາມຈຸດບໍລິການຄະນະສະເພາະກີດ ເພື່ອກວດດ້ວຍ RT PCR ຈະໄດ້ຜົນດີກວ່າ ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ບໍ່ຄວນໃຫ້ຖືເບົາ ຕໍ່ການປະຕິບັດມາດຕະການປ້ອງກັນຕົນເອງຕາມຄຳແນະນຳ ຂອງຄະນະສະເພາະກິດວາງອອກ ຢ່າງຖືກຕ້ອງ ແລະ ເຂັ້ມງວດ.

# ຂ່າວ & ພາບ : ລັດເວລາ

error: Content is protected !!