ນໍາສະເໜີລົດ MG ຮຸ່ນໃໝ່ “All New MG GT”

    ພິທີນໍາສະເໜີລົດສະປອດຮຸ່ນໃໝ່ຫຼ້າສຸດ ຂອງຄ້າຍ MG “All New MG GT” ຈັດຂຶ້ນວັນທີ 28 ມັງກອນ 2022 ຢູ່ສູນ MG CITY ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ດາວວົງ ແກ້ວມະນີວົງ ປະທານ MG Laos ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.     

    All New MG GT ມາພ້ອມກັບການອອກແບບສະໄຕຣສະປອດຄູເປ້ ທຸກມິຕິມີຂະໜາດໃຫຍ່ ຜ່ານຂະບວນການຢ່າງລະອຽດ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ໂດຍນໍາໃຊ້ Safety Fast ທີ່ມີທັງຄວາມແຮງ 1.490 cc ເຄື່ອງຈັກ 1.5 Turbo 162 ແຮງມ້າ ແຮງບິດສູງສຸດ 250 ນິວຕັນແມັດ ຮອງຮັບນໍ້າມັນແອັດຊັງ E85 ອັດຕາການສິ້ນເປື່ອງ 5,9 L/100 Km ຂັບເຄື່ອນກັບຊຸດເກຍ Twin Clutch Sportronic Transmission 7 ສະປີດ ຫຼື Dual Clutch Transmission (DTC) ມີລະບົບຄວາມປອດໄພຮອບດ້ານ ແລະ ລະດັບສູງ ມາພ້ອມກັບກ້ອງ 360 ອົງສາ ເປັນເຫດຜົນທີ່ລວມມາເປັນລົດສະໄຕຣສະປອດທີ່ມີຄວາມສະບາຍ ເໝາະກັບຄົນທຸກໄວ ອັດແໜ້ນດ້ວຍເຕັກໂນໂລຊີທີ່ຄິດມາຢ່າງຮອບຄອບ ແລະ ດີທີ່ສຸດ ແຕ່ລາຄາບໍ່ແພງ ການຕົບແຕ່ງພາຍໃນດ້ວຍສີດໍາ-ແດງປະສົມປະສານຢ່າງລົງຕົວ ແລະ ມີລະດັບ ໃຫ້ຄວາມຮູ້ສຶກຄ້າຍຄືຂີ່ຍົນໄອພົ່ນ ນອກຈາກວັດສະດຸທີ່ອ່ອນນຸ່ມ ແລະ ຄວາມງາມຂອງແຜງດ້ານໜ້າທີ່ໄດ້ຮັບແຮງບັນດານໃຈຈາກການອອກແບບ Piano Theme ແລ້ວ ຍັງມີເບາະນັ່ງແບບ Bucket Seat ເຊິ່ງໃຫ້ຄວາມສະດວກສູງສຸດ ແລະ ຮອງຮັບການເດີນທາງໄລຍະໄກ ຫົວເກຍ ຖືກເຄືອບເງົາງາມສະໄຕຣເຄື່ອງບິນໄອພົ່ນ ແລະ ໃຊ້ອາລູມີນຽມເກຣດດຽວກັນກັບທີ່ໃຊ້ໃນເຄື່ອງບິນ ເຊິ່ງຊ່ວຍເພີ່ມຄຸນນະພາບເປັນຢ່າງດີ ຫຼັງຄາລົດທີ່ກວ້າງຂວາງ ເພື່ອເປີດຮັບແສງແດດ ແລະ ອາກາດບໍລິສຸດຈາກທໍາມະຊາດ ພາຍນອກຕົວລົດສາມາດເບິ່ງເຫັນໄດ້ຊັດເຈນ ພາກສ່ວນໜ້າລະດັບ “high-end ໄລ່ລ່າສະຫຼາມ” ໄຟໜ້າແຄບຂອງລົດທີ່ຕິດຕັ້ງໄວ້ຢູ່ກະຈັງດ້ານໜ້າດ້ວຍລະບົບໄຟດີຈີຕອນທັງສອງຂ້າງ ພາຍໃນຕົວລົດມີຂະໜາດກວ້າງຕາມແບບສະບັບຂອງ Fastback ກັບ ແອໂຣໄດນາມິກ ເປັນລາຍເສັ້ນສາຍເລື່ອນໄຫຼທີ່ເຮັດໃຫ້ມີຄວາມໂດດເດັ່ນ ໄຟທ້າຍ 3 ມິຕິ LED Racetrack ທີ່ໄດ້ຮັບແຮງບັນດານໃຈຈາກແນວຄິດຂອງປືນ ການຕົບແຕ່ງໂດຍລວມເປັນພາເລດສີສັນສົດໃສແບບອ່ອນໆ ທີ່ໄດ້ແຮງບັນດານໃຈຈາກ MG GT’s Nuclear ສີເຫຼືອງຮຸ່ນເດີມຂອງ MG ແລະ ລໍ້ລົດແບບອັນລອຍ two-tone ຂະໜາດ 17 ນິ້ວ ພ້ອມດ້ວຍລໍ້ຊີ່ Tomahawk ທີ່ໃຫ້ຄວາມຮູ້ສຶກເຖິງຄວາມໄວທີ່ບໍ່ຈໍາກັດ.

    ຜູ້ຂັບຂີ່ຍຸກສະໄໝໃໝ່ ມີຄວາມຄາດຫວັງເຖິງລະບົບເຕັກໂນໂລຊີທີ່ດີທີ່ສຸດ ເຊິ່ງ All New MG GT ພ້ອມແລ້ວສໍາລັບຄວາມເພີດເພີນໃນທຸກການເດີນທາງ ມາພ້ອມກັບລະບົບຖ່າຍເທອາກາດຂັ້ນສູງທີ່ສາມາດກອງຝຸ່ນລະອອງເປັນຢ່າງດີ ອາກາດພາຍໃນລົດຈະໝູນວຽນສະເພາະອາກາດທີ່ສົດຊື່ນ ແລະ ສະ ອາດ ລະບົບ infotainment ຈໍສໍາຜັດຄວາມລະອຽດສູງຂະໜາດ 10 ນິ້ວ ໃຫ້ການເຂົ້າເຖິງສຽງພຽງແຕ່ດີດປາຍນິ້ວມື ແລະ ການສື່ສານດ້ວຍລະບົບ Apple Car ແລະ ລະບົບ Play Android Auto ລະບົບຄວບຄຸມໄວອັດຕະໂນມັດ ທີ່ເຮັດໃຫ້ການເດີນທາງໄກ ກາຍເປັນເລື່ອງງ່າຍ ໄຟໜ້າ LED ອັດຕະໂນມັດທີ່ຊ່ວຍໃຫ້ເຫັນຊັດເຈນຂຶ້ນໃນເວລາກາງຄືນ ພ້ອມກັບການໃຊ້ງານແບບບໍ່ໃຊ້ກະແຈ ຫຼື ປຸ່ມສະຕາດ ເຮັດໃຫ້ການຂັບຂີ່ອອກສູ່ຖະໜົນ ໄດ້ໂດຍບໍ່ຕ້ອງກັງວົນ. 

error: Content is protected !!