ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ເປີດໃຫ້ບໍລິການແລ້ວ

    ພິທີເປີດຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ຈັດຂຶ້ນວັນທີ 28 ມັງກອນ 2022 ທີ່ ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອຳນວຍການໃຫຍ່ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ພ້ອມດ້ວຍຮອງລັດຖະມົນຕີ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຫົວໜ້າພະແນກ ເຈົ້າເມືອງໄຊທານີ ແລະ ແຂກຖືກເຊີນ.

    ໃນພິທີ ທ່ານ ບຸນທ່ຽງ ລັດຕະນະວົງ ໄດ້ລາຍງານສະພາບລວມຂອງຕະຫຼາດວ່າ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ເລີ່ມກໍ່ສ້າງມາແຕ່ເດືອນກັນຍາ 2021 ປັດຈຸບັນແມ່ນສຳເລັດ 90% ຂອງແຜນການ ມີເນື້ອທີ່ທັງໝົດປະມານ 7 ເຮັກຕາ ສຳລັບເນື້ອທີ່ຂອງອາຄານ ປະມານ 20.000 ຕາແມັດ ແບ່ງເປັນ 2 ຂົງເຂດໃຫຍ່ຄື ຂົງເຂດຂາຍຍົກ ແລະ ຂົງເຂດຂາຍຍ່ອຍ ໂດຍມີການຈັດສັນເພື່ອຮອງຮັບການຂາຍສິນຄ້າ ແລະ ການບໍລິການ ມີຫ້ອງຂາຍປະມານ 1.000 ກວ່າຫົວໜ່ວຍ ມີປະເພດເປັນໂຕະ 670 ໂຕະ ເປັນຫ້ອງ 82 ຫ້ອງ ແລະ 250 ລ໋ອກ ນອກຈາກນີ້ ຫໍພັກຮອງຮັບພໍ່ຄ້າຊາວຂາຍທີ່ມາຈາກຕ່າງແຂວງ 20 ຫ້ອງ ປັດຈຸບັນ ໄດ້ມີພໍ່ຄ້າຊາວຂາຍເຂົ້າມາຈັບຈອງ ແລະ ເຂົ້າມາຂາຍຫຼາຍກວ່າ 80%. ໃນໄລຍະເປີດໃໝ່ ໄດ້ມີນະໂຍບາຍໃຫ້ແກ່ພໍ່ຄ້າຊາວຂາຍໂດຍບໍ່ເກັບຄ່າເຊົ່າ ຫຼື ຄ່າບໍລິການໃດໆເປັນເວລາ 3 ເດືອນ ທັງນີ້ກໍເພື່ອເປັນການຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ເຂົາເຈົ້າ ຫຼັງຈາກໝົດໄລຍະເວລານະໂຍບາຍ ໂດຍບໍ່ເສຍຄ່າແລ້ວ ທາງຕະຫຼາດຈະມີການເກັບຄ່າເຊົ່າ ແລະ ການບໍລິການອື່ນໆດ້ວຍລາຄາທີ່ຕໍ່າ ເພື່ອເຮັດໃຫ້ພໍ່ຄ້າຊາວຂາຍສາມາດຢູ່ໄດ້ ມີທຶນໝູນວຽນໃນການຄ້າຂາຍຕໍ່ໄປ ແລະ ບໍ່ພຽງແຕ່ຊ່ວຍພໍ່ຄ້າ ຊາວຂາຍເທົ່ານັ້ນ ແຕ່ຍັງເປັນການຊ່ວຍເຫຼືອຜູ້ບໍລິໂພກອີກດ້ວຍ ເນື່ອງຈາກວ່າການເກັບຄ່າເຊົ່າໃນລາຄາ ຕໍ່າ ຈະສາມາດເຮັດໃຫ້ສິນຄ້າມີລາຄາສົມເຫດສົມຜົນ ຕະຫຼາດແຫ່ງນີ້ຕັ້ງຢູ່ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ຕິດກັບຄິວລົດໂດຍສານສາຍໃຕ້) ເປີດໃຫ້ບໍລິການ 24 ຊົ່ວໂມງ ມີສະຖານທີ່ຈອດລົດມີຄວາມສະດວກສະບາຍ ມີເດີ່ນຈອດລົດທີ່ກວ້າງຂວາງ ສາມາດຮອງຮັບລົດໄດ້ ຫຼາຍກວ່າ 1.000 ຄັນ.

.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!