ທົບທວນການຈັດຕັ້ງປະຕິບັດແຜນງານການຮ່ວມມືຄວາມໝັ້ນຄົງທາງດ້ານສະບຽງອາຫານ

    ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບອົງການອາຫານໂລກແຫ່ງສະຫະປະຊາຊາດ ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນງານໃນໄລຍະຜ່ານມາສົກປີ 2017–2021 ພ້ອມທັງເປີດແຜນຍຸດທະສາດການຮ່ວມມືໄລຍະໃໝ່ສໍາລັບສົກປີ 2022–2026 ຢ່າງເປັນທາງການ ວັນທີ 27 ມັງກອນ 2022 ຜ່ານຮູບແບບທາງໄກ ເປັນປະທານຮ່ວມຂອງທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຢານ ເດລບາເຣີ ຜູ້ອໍານວຍການ ແລະ ຜູ້ຕາງໜ້າອົງການອຫານໂລກປະຈໍາ ລາວ. 

    ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ກ່າວວ່າ: ແຜນຍຸດທະສາດການຮ່ວມມືໄລຍະໃໝ່ລະຫວ່າງລັດຖະບານລາວ ແລະ ອົງການອາຫານໂລກ ປະຈຳປີ 2022-2026 ມີຄວາມສອດຄ່ອງ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດແຜນບູລິມະສິດຂອງຂະແໜງການ ແລະ ທ້ອງຖີ່ນ ກໍຄືການສະໜັບສະໜູນການຈັດຕັ້ງແຜນບູລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເຊິ່ງເປັນການປະກອບສ່ວນເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030. 

    ທ່ານ ຢານ ເດລບາເຣີ ກ່າວຕື່ມອີກວ່າ: ບົດບາດອັນສໍາຄັນຂອງອົງການອາຫານໂລກ ແມ່ນເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້ແກ່ລັດຖະບານລາວ ນໍາໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ ແຜນຍຸດທະສາດໄລຍະໃໝ່ຂອງພວກເຮົາ ໄດ້ສ້າງຂື້ນເພື່ອປັບປຸງການຄຸ້ມຄອງໂຄງການແບບກະແຈກກະຈາຍ ຊ່ວຍປະສານ ແລະ ປັບປຸງບັນດາຊ່ອງວ່າງຂອງຂອດປະສານງານຕ່າງໆ ແລະ ການດໍາເນີນງານທີ່ມີຄ່າໃຊ້ຈ່າຍສູງ ໂດຍອີງໃສ່ການວາງແຜນໂຄງການບົນພື້ນຖານການເຫັນຜົນໄດ້ຮັບທີ່ເຫັນໄດ້ຢ່າງຊັດເຈນ ແລະ ຄວາມເປັນເຈົ້າຂອງໂຄງການຂອງຄົນພາຍໃນຊາດເອງ ພວກເຮົາເນັ້ນການປ່ຽນຖ່າຍແຜນຍຸດທະສາດ ສໍາລັບການມອບໂອນຫຼາຍໆກິດຈະກໍາໃຫ້ແກ່ລັດຖະບານ ແລະ ບັນດາຊຸມຊົນ ຄຽງຄູ່ກັບການມີສ່ວນຮ່ວມຂອງພວກເຮົາ ລວມທັງບັນດາຄູ່ຮ່ວມງານຕ່າງໆເຊັ່ນ: ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ແລະ ກອງທຶນສາກົນເພື່ອການພັດທະນາກະສິກໍາ (IFAD) ພ້ອມດ້ວຍອົງການສະຫະປະຊາຊາດ ກອງທຶນສໍາລັບເດັກ (UNICEF) ແລະ ບັນດາຜູ້ໃຫ້ທຶນ ແລະ ຄູ່ຮ່ວມງານອື່ນໆ. 

    ສໍາລັບແຜນຍຸດທະສາດໄລຍະໃໝ່ດັ່ງກ່າວ ອົງການອາຫານໂລກໄດ້ສືບຕໍ່ໃຫ້ຄໍາໝັ້ນສັນຍາໃຫ້ການຊ່ວຍເຫຼືອແກ່ລັດຖະບານ ສປປ ລາວ ໃນການປັບປຸງຄວາມໝັ້ນຄົງທາງດ້ານສະບຽງອາຫານ ຫຼຸດຜ່ອນການຂາດສານອາຫານ ແລະ ຮັບປະກັນຄວາມຍືນຍົງທາງດ້ານການຜະລິດອາຫານໃຫ້ແກ່ໝົດທຸກຄົນ ເພື່ອໃຫ້ຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາເທື່ອລະກ້າວ.

.

.# ຂ່າວ & ພາບ :  ຂັນທະວີ

error: Content is protected !!