ີສນໍ ທະຫານທະຫານ ອວຍພອນອະດີດການນໍາ

    ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ຄະນະພັກ ຄະນະບັນຊາກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ຈັດຕັ້ງລົງເຄື່ອນໄຫວອວຍພອນອະດີດການນຳກອງບັນຊາການ ອະດີດນັກຮົບແຂ່ງຂັນ ຄອບຄົວວິລະຊົນແຫ່ງຊາດ ພະນັກງານ-ນັກຮົບ ແລະ ປະຊາຊົນທີ່ປີ່ນປົວຢູ່ໂຮງໝໍທະຫານ ນວ ໃນວັນທີ 15-20 ມັງກອນ 2022 ນໍາໂດຍທ່ານ ພົ.ວ ໄພວັນ ຈັນທະພົມມາ ຫົວໜ້າການເມືອງກອງບັນຊາການທະຫານ ນວ ແລະ ທ່ານ ພັນເອກ ບົວເງິນ ຫົງໄຂຄໍາ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານ ນວ ພ້ອມຄະນະຮັບຜິດຊອບ.

    ການຈັດຕັ້ງເຄື່ອນໄຫວຢ້ຽມຢາມຄັ້ງນີ້ ໄດ້ອວຍພອນ ແລະ ມອບເງິນຈຳນວນໜຶ່ງ ມີທ່ານ ພົ.ວ ອ່ອນຈັນ ເພັດສະລາດ ອະດີດຫົວໜ້າການເມືອງກອງບັນຊາການທະຫານ ນວ ຢູ່ບ້ານນາກຸງ ເມືອງໄຊທານີ ທ່ານ ພົ.ວ ຄໍາຜາຍ ຈັນສີສະໝຸດ ອະດີດຫົວໜ້າການທະຫານກອງບັນຊາການທະຫານ ນວ ຢູ່ບ້ານນາເລົ່າ ເມືອງສີໂຄດຕະບອງ ທ່ານ ພັນໂທ ລິນທາ ໝື່ນບົວງີ້ວ ອະດີດຫົວໜ້າການເມືອງກອງບັນຊາການທະຫານ ນວ ຢູ່ບ້ານສີວິໄລ ເມືອງໄຊທານີ ທ່ານ ພັນເອກ ບຸນເພັງ ສິດທິສັກ ອະດີດຫົວໜ້າຫ້ອງການເມືອງກອງບັນຊາການທະຫານ ນວ ຢູ່ບ້ານຊໍາເກດ ເມືອງສີໂຄດຕະບອງ ທ່ານ ພັນຕີ ສຸພີ ນ້ອຍລັບລຽງ ອະດີດຫົວໜ້າຫ້ອງການກອງບັນຊາການທະຫານ ນວ ຢູ່ບ້ານສີໄຄທ່າ ເມືອງສີໂຄດຕະບອງ ທ່ານ ຮ້ອຍໂທ ນາງ ຈັນເພັງ ສີຫາລາດ ນັກຮົບແຂ່ງຂັນຢູ່ບ້ານເວີນແທ່ນ ເມືອງໄຊທານີ ຄອບຄົວທ່ານ ພັນເອກ ຄໍາຂື່ນ ພິນສະຫວັນ ອະດີດຫົວໜ້າການທະຫານກອງບັນຊາການທະຫານ ນວ ຢູ່ບ້ານດົງຫຼວງ ເມືອງນາຊາຍທອງ ຄອບຄົວທ່ານ ພັນໂທ ໂພໄຊ ສີທະນົນ ອະດີດຫົວໜ້າການທະຫານກອງບັນຊາການທະຫານ ນວ ຢູ່ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ຄອບຄົວທ່ານ ພັນເອກ ສີບູນ ຄູນທອງບາງ ອະດີດຫົວໜ້າການທະຫານກອງບັນຊາການທະຫານ ນວ ຢູ່ບ້ານເພຍລາດ ເມືອງສັງທອງ ຄອບຄົວທ່ານ ພັນໂທ ສິງທອງ ວິບຸນມີ ອະດີດຫົວໜ້າຫ້ອງການເມືອງກອງບັນຊາການທະຫານ ນວ ຢູ່ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ຄອບຄົວທ່ານ ພັນໂທ ບົວສອນ ແກ້ວໄພບູນ ອະດີດຫົວໜ້າການທະຫານກອງບັນຊາການທະຫານເມືອງສັງທອງ ຢູ່ບ້ານເພຍລາດ ເມືອງສັງທອງ ທ່ານ ບຸນຊູ ສີໄພງາມ ຮອງກອງຮ້ອຍຟ້າງຸ່ມ ຢູ່ບ້ານຫ້ວຍຄໍາ ເມືອງສັງທອງ ທ່ານນາງ ທຸມ ພັນລະຍາທ່ານສີທອງ ວິລະຊົນແຫ່ງຊາດ ຢູ່ບ້ານນາຫອຍປັງ ເມືອງສັງທອງ ແລະ ອວຍພອນຜູ້ທີ່ກຳລັງປິ່ນປົວສຸຂະພາບຢູ່ໂຮງໝໍທະຫານ ນວ.

    ໂອກາດນີ້ ຄະນະພັກຄະນະບັນຊາກອງບັນຊາການທະຫານ ຍ“ນວ ໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ອວຍພອນໄຊອັນປະເສີດມາຍັງອະດີດການນໍາກອງບັນຊາການທຸກທ່ານ ເພື່ອເປັນການລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງອະດີດການນໍາຢູ່ກອງບັນຊາການທະຫານ ນວ ທີ່ສ້າງຜົນງານຢ່າງຫຼວງຫຼາຍໃນຜ່ານມາ ເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ເປັນຜູ້ກໍ່ຕັ້ງຊີ້ນໍາ-ນໍາພາພະນັກງານ-ນັກຮົບໃຫ້ມີຄວາມກ້າວໜ້າເຂັ້ມແຂງ ແລະ ອວຍພອນໄຊມາຍັງອະດີດການນໍາ ຄອບຄົວທຸກທ່ານຈົ່ງມີສຸຂະພາບແຂງແຮງ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ຈົ່ງປະສົບຜົນສໍາເລັດໃນທຸກດ້ານ ເປັນແວ່ນແຍງໃຫ້ພະນັກງານ-ນັກຮົບນໍາເອົາບົດຮຽນມູນເຊື້ອນໍາມາຈັດຕັ້ງຜັນຂະຫຍາຍໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນ.

.# ຂ່າວ & ພາບ : ສົມສະຫວັນ

error: Content is protected !!