ຈີນ ມອບເຄື່ອງຊ່ວຍເຫຼືອໃຫ້ແມ່ຍິງກະຊວງການຕ່າງປະເທດ

    ວັນ​ທີ 25 ມັງກອນ 2022 ທີ່ກະຊວງການຕ່າງປະເທດ ໄດ້ມີພິທີມອບເຄື່ອງຊ່ວຍເຫຼືອຈາກສະຖານທູດຈີນປະຈໍາລາວ ໃຫ້ສະຫະພັນແມ່ຍິງກະຊວງການຕ່າງປະເທດ ປະກອບມີເຄື່ອງປ້ອງກັນພະຍາດໂຄວິດ-19 ແລະ ອຸປະກອນການຮຽນ ລວມມູນຄ່າ 584.216,80 ຢວນ ຫຼື ປະມານ 1,05 ຕື້ກີບ ກ່າວມອບໂດຍທ່ານ ຈ່ຽງ ຈ່າຍຕຸງ ເອກອັກຄະລັດຖະທູດຈີນປະຈໍາລາວ ແລະ ກ່າວຮັບໂດຍທ່ານ ນາງ ອາລຸນີ ກົມມະສິດ ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ພັນລະຍາລັດຖະມົນຕີກະຊວງການຕ່າງປະເທດ ມີທ່ານ ນາງ ບີເອເຕ ດາສເທລ ວ່າການຜູ້ຕາງໜ້າອົງການອຸຍນີເຊບປະຈໍາລາວ ຄະນະບໍລິຫານງານສະຫະພັນແມ່ຍິງ ຜູ້ຕາງໜ້າຈາກຫ້ອງການ ແລະ ກົມກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຈ່ຽງ ຈ່າຍຕຸງ ໄດ້ສະແດງຄວາມຍິນດີທີ່ເຫັນວ່າ ການຮ່ວມມືລະຫວ່າງຈີນ ແລະ ລາວໄດ້ຮັບການເສີມຂະຫຍາຍ ໂດຍສະເພາະ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງຈີນໄດ້ມີຄວາມຫ່ວງໄຍແມ່ຍິງ ແລະ ເດັກນ້ອຍທີ່ຢູ່ຫ່າງໄກສອກຫຼີກຂອງລາວ ທີ່ຍັງຂາດເຂີນທາງດ້ານອຸປະກອນການສຶກສາ ແລະ ເຫັນໄດ້ເຖິງຄວາມຈຳເປັນໃນການປະກອບສ່ວນຊ່ວຍເຫຼືອ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ ດັ່ງນັ້ນ ສະຖານທູດຈີນປະຈໍາລາວ ຈຶ່ງໄດ້ຮ່ວມກັບແຂວງຢູນນານ ເຊິ່ງມີຊາຍແດນຕິດກັບລາວ ນຳເອົາເຄື່ອງມາຊ່ວຍເຫຼືອຄັ້ງນີ້.

    ທ່ານ ນາງ ບີເອເຕ ດາສເທລ ໄດ້ກ່າວສະແດງຄວາມພາກພູມໃຈ ແລະ ເປັນກຽດທີ່ໄດ້ມີສ່ວນຮ່ວມໃນການໃຫ້ຄຳປຶກສາດ້ານເຕັກນິກໃນການຈັດຊື້ເຄື່ອງຊ່ວຍເຫຼືອດັ່ງກ່າວ ທັງນີ້ກໍເພື່ອຮັບປະກັນດ້ານຄຸນນະພາບຂອງການຊ່ວຍເຫຼືອ ແລະ ທັງເພື່ອໃຫ້ເດັກນ້ອຍໄດ້ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

   ໂອກາດນີ້ ທ່ານ ນາງ ອາລຸນີ ກົມມະສິດ ໄດ້ຕາງໜ້າໃຫ້ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈມາຍັງທ່ານທູດຈີນປະຈຳລາວ ກໍຄືສະຖານທູດ ແຂວງຢູນນານ  ແລະ ລັດຖະບານຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ພ້ອມນັ້ນ ຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນສະເໜີຕົ້ນສະເໜີປາຍ ແລະ ທັນການ ຂອງລັດຖະບານຈີນໃຫ້ລັດຖະບານລາວ ເວົ້າລວມ ເວົ້າສະເພາະ ໃຫ້ສະຫະພັນແມ່ຍິງກະຊວງການຕ່າງປະເທດຕະຫຼອດຜ່ານມາ ການຊ່ວຍເຫຼືອຂອງຈີນ ເປັນການສະແດງເຖິງນໍ້າຈິດນໍ້າໃຈສາມັກຄີຮັກແພງຂອງປະຊາຊົນສອງຊາດທີ່ມີມາແຕ່ດົນນານ ທີ່ຍາມໃດກໍອູ້ມຊູຊ່ວຍເຫຼືອກັນ ເພື່ອຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ຮ່ວມກັນພັດທະນາ  ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈມາຍັງອົງການອຸຍນີເຊບປະຈຳລາວ ທີ່ໄດ້ໃຫ້ຄຳແນະນຳໃນການຈັດຊື້ເຄື່ອງຊ່ວຍເຫຼືອຄັ້ງນີ້ ເຊິ່ງເຄື່ອງຊ່ວຍເຫຼືອ ສະຫະພັນແມ່ຍິງກະຊວງຈະໄດ້ນໍາໄປຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍຜູ້ທີ່ມີຄວາມຫຍຸ້ງຍາກ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດທັງຢູ່ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆ. 

 .# ຂ່າວ & ພາບ : ສົມສະຫວັນ     

error: Content is protected !!