ແກ້ໄຂຈຸດມົ້ວສຸມຢາເສບຕິດ ກັກຕົວພ້ອມຂອງກາງ

    ວັນທີ 25 ມັງກອນ 2022 ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ສົບທົບກັບ ປກສ ກຸ່ມສີສະຫວາດ ແລະ ປກສ ບ້ານສີດໍາດວນ ເຂົ້າແກ້ໄຂຈຸດມົ້ວສຸມຢາເສບຕິດ ສາມາດກັກຕົວເປົ້າໝາຍຄ້າຂາຍ ແລະ ເສບຢາເສບຕິດ 6 ຄົນ ພ້ອມຂອງຢາບ້າ 781 ເມັດ ຢາໄອສ໌ 11 ຖົງນ້ອຍ ແລະ ຢາອີ 1 ເມັດ ມາສອບສວນ.

    ຜ່ານການສອບສວນ ຮູ້ວ່າ: ໃນ 6 ຄົນ ມີນາງ ຫຼອດ ອາຊີບວ່າງງານ ຢູ່ບ້ານສີດໍາດວນ ມີຂອງກາງຢາບ້າ 561 ເມັດ ຢາໄອສ໌ 1 ຖົງນ້ອຍ ນາງ ມະນີຈັນ ຢູ່ບ້ານສີດໍາດວນ ມີຢາບ້າ 203 ເມັດ ຢາໄອສ໌ 2 ຖົງນ້ອຍ ທ້າວ ສົມໄພວັນ  ຢູ່ບ້ານສີດໍາດວນ  ມີຢາໄອສ໌ 6 ຖົງນ້ອຍ ຢາບ້າ 1 ເມັດ ຢາອີ 1 ເມັດ ທ້າວ ສຸກສາຄອນ ອາຊີບວ່າງງານ ຢູ່ບ້ານສົມຫວັງ ເມືອງຫາດຊາຍຟອງ ມີຢາບ້າ 14 ເມັດ ຢາໄອສ໌ 2 ຖົງນ້ອຍ ທ້າວ ວັນນະກອນ ອາຊີບວ່າງງານ ຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ແລະ ທ້າວ ຄໍາສະໄຫວ ອາຊີບວ່າງງານ ຢູ່ບ້ານນາໄຊ ເມືອງໄຊເສດຖາ ມີຂອງກາງຢາບ້າ 2 ເມັດ.

    ຜ່ານການສອບສວນ ເຫັນວ່າມີ 4 ຄົນ ເປັນຜູ້ຄ້າຂາຍ ຈະໄດ້ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ ສ່ວນອີກ 2 ຄົນ ເປັນຜູ້ເຄາະຮ້າຍຈາກຢາເສບຕິດ ຈຶ່ງໄດ້ສົມທົບກັບອໍານາດການປົກຄອງບ້ານ ສຶກສາອົບຮົມ ພ້ອມທັງປຸກລະດົມໃຫ້ໄປບໍາບັດຢູ່ສູນປີ່ນປົວທີ່ໄດ້ກໍານົດໄວ້.

 .# ຂ່າວ & ພາບ : ສົມສະຫວັນ

error: Content is protected !!