ສະຖານທູດລາວປະຈຳໄທ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບ

    ວັນທີ 20 ມັງກອນ 2022 ທີ່ສະຖານທູດລາວປະຈໍາໄທ ໄດ້ຈັດປາຖະກະຖາໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20/1/1949-20/1/2022) ປາຖະກະຖາໂດຍທ່ານ ພັນເອກ ຄໍາເກັ່ງ ຜາງພິລາວົງ ທີ່ປຶກສາທູດປ້ອງກັນຊາດ ສະຖານທູດລາວປະຈຳໄທ ມີທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດລາວປະຈໍາໄທ ຄະນະນໍາ ແລະ ພະນັກງານສະຖານທູດເຂົ້າຮ່ວມ. 

    ໂອກາດນີ້ ທ່ານ ພັນເອກ ຄໍາເກັ່ງ ຜາງພິລາວົງ ໄດ້ຫວນຄືນເຖິງປະຫວັດ ແລະ ວິລະກໍາອັນລໍ້າເລີດ ແລະ ພິລະອາດຫານຂອງກອງທັບປະຊາຊົນລາວ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນວັນທີ 20 ມັງກອນ 1949 ໂດຍປະທານໄກສອນ ພົມວິຫານ ແລະ ຊີ້ນໍາ-ນໍາພາຜ່ານຍ່ານທາງແຫ່ງການສ້າງຕັ້ງ ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງແກ່ນກ້າຕໍ່ເນື່ອງ ໂດຍພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ກອງທັບໄດ້ຜ່ານຜ່າອຸປະສັກນາໆປະການ ເຊິ່ງເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ເຂົ້າຮ່ວມພາລະກິດຕໍໍ່ສູ້ປົດປ່ອຍປະເທດຊາດ ປະຕິບັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ ໂດຍສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ພ້ອມດ້ວຍລູກແຫຼ້ງຕີນມືຂອງພວກເຂົາ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາປະເທດເປັນ ສປປ ລາວ ວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

   ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ເຫັນມູນເຊື້ອອັນພິລະອາດຫານຂອງກອງທັບໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ແລະ ສືບຕໍ່ເປັນກໍາລັງແກ່ນສານໃນໄລຍະໃໝ່ແຫ່ງການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດ້ວຍຜົນສໍາເລັດອັນຍິ່ງໃຫ່ຍຕະຫຼອດ 73 ປີຜ່ານມາ ແລະ ໄດ້ເນັ້ນເຖິງສະພາບການຂອງໂລກ ຂອງພາກພື້ນ ແລະ ຄວາມຂັດແຍ່ງລະຫວ່າງປະເທດມະຫາອໍານາດທາງດ້ານຍຸດທະສາດການທະຫານ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຊິ່ງອາດຈະສົ່ງຜົນກະທົບຕໍ່ຫຼາຍປະເທດ ລວມທັງລາວເຮົາ ແລະ ຮຽກຮ້ອງໃຫ້ພະນັກງານສະຖານທູດ ສືບຕໍ່ເປັນເສນາທິການທີ່ເຂັ້ມແຂງໃຫ້ກອງທັບປະຊາຊົນລາວ ກໍຄືປະເທດຊາດທີ່ແສນຮັກຂອງພວກເຮົາ ໂດຍສືບຕໍ່ເຄື່ອນໄຫວຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຝ່າຍ ແລະ ຫຼາຍຝ່າຍ ກັບບັນດາປະເທດເພື່ອນບ້ານໃກ້ຄຽງອາຊຽນ ແລະ ບັນດາປະເທດເພື່ອນມິດ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ ສະຖຽນລະພາບ ແລະ ການຮ່ວມມືສາກົນ.

.# ຂ່າວ & ພາບ : ສົມສະຫວັນ

error: Content is protected !!