ຫ້ອງວ່າການເມືອງປາກງື່ມ ສະຫຼຸບວຽກງານປະຈໍາປີ

    ກອງປະຊຸມສະຫຼຸບວຽກງານປະຈໍາປີ 2021 ຂອງຫ້ອງວ່າການເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 26 ມັງກອນ 2022 ເປັນປະທານຂອງທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ມີບັນດາຄະນະປະຈໍາພັກ ຄະນະພັກ ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານຂອງຫ້ອງວ່າການເຂົ້າຮ່ວມ. 

    ໃນວາລະກອງປະຊຸມ ທ່ານ ຕຸ້ຍຄໍາ ສີລິວົງ ຫົວໜ້າຫ້ອງວ່າການເມືອງປາກງື່ມໄດ້ສະເໜີບົດສະຫຼຸບປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ເຊິ່ງມີຜົນງານເດັ່ນຫຼາຍດ້ານ ເປັນຕົ້ນ ວຽກງານປະຕູດຽວສາມາດເກັບລາຍຮັບໄດ້ທັງໝົດ 359 ລ້ານກີບ ຖອກຄືນໃຫ້ແຕ່ລະພາກສ່ວນກ່ຽວຂ້ອງ 354 ລ້ານກີບ ຍັງເຫຼືອບໍລິຫານ 5 ລ້ານກວ່າກີບ ວຽກປະກັນສຸຂະພາບຊຸມຊົນ ມີສະມາຊິກ 840 ຄອບຄົວ 3.927 ຄົນ ໃນຈໍານວນ 44 ບ້ານ ໄລຍະ 9 ເດືອນ ເພີ່ມຂຶ້ນ 345 ຄົນ ພ້ອມນັ້ນ ພະນັກງານພາຍໃນຫ້ອງວ່າການ ແລະ ຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນດ້ວຍຄວາມສ້າງສັນ ແລະ ເປັນຫ່ວງເປັນໄຍ ເພື່ອສືບຕໍ່ປັບປຸງໃຫ້ມີຄວາມໝັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ. 

    ຕອນທ້າຍ ທ່ານ ຄໍາໝູນ ຕຽງທະລາດ ໄດ້ເນັ້ນໜັກພະນັກງານຫ້ອງວ່າການຍົກສູງຄວາມຮັບຜິດຊອບຕາມພາລະບົດບາດຂອງຕົນ ນໍາເອົາຄວາມຄິດເຫັນຂອງຜູ້ເຂົ້າຮ່ວມໄປພິຈາລະນາໝູນໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອໃຫ້ສົມເປັນເສນາທິການ ເປັນຜູ້ບໍລິຫານ ແລະ ເປັນຜູ້ປະສານງານກັບທຸກພາກສ່ວນໃນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ແລະ ທິດທາງແຜນພັດທະນາເສດຖະກິດຂອງເມືອງປາກງື່ມໃຫ້ມີຜົນສໍາເລັດຕາມແຜນການທີ່ໄດ້ກໍານົດໄວ້.

.

.# ຂ່າວ & ພາບ :  ຂັນທະວີ

error: Content is protected !!