ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອີມູນ ສໍາເລັດເກືອບ 90%

     ໃນໂອກາດທີ່ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອີມູນເມື່ອບໍ່ດົນມານີ້ ທ່ານ ສະເຫຼີມພົນ ປຸຣິໂສ ຜູ້ຈັດການໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອີມູນ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການໂດຍຫຍໍ້ ຕໍ່ທ່ານເຈົ້າແຂວງວ່າ:  ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອີມູນ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ ເຊິ່ງວຽກກໍ່ສ້າງທາງດ້ານວິສະວະກໍາການກໍ່ສ້າງ ປະກອບມີ 6 ໂຄງສ້າງຫຼັກເຊັ່ນ: ເຂື່ອນອວ່າຍນໍ້າ ເຂື່ອນຫຼັກ ອຸໂມງສົ່ງນໍ້າ 20 ກິໂລແມັດ ທໍ່ສົ່ງນໍ້າແຮງດັນສູງ ເຮືອນຈັກ ສາຍສົ່ງ ແລະ ສະຖານີແປງໄຟ ມາຮອດປັດຈຸບັນ ສາມາດກໍ່ສ້າງສໍາເລັດ 88%  ສໍາລັບວຽກທີ່ຍັງປະຕິບັດບໍ່ທັນສໍາເລັດ ປະກອບມີວຽກຕິດຕັ້ງໄຟຟ້າກົນຈັກ ວຽກປະຕູກົນຄວບຄຸມນໍ້າ ແລະ ວຽກສະຖານີແປງໄຟ.

    ທ່ານ ສະເຫຼີມພົນ ປຸຣິໂສ ໃຫ້ຮູ້ຕື່ມວ່າ: ເຂື່ອນດັ່ງກ່າວ ເປັນປະເພດເຂື່ອນຄອນກຣີດເສີມເຫຼັກ ມີກໍາລັງຕິດຕັ້ງ 133 ເມກາວັດ ຄວາມຍາວຂອງອຸໂມງທັງໝົດ 20 ກິໂລແມັດ ແຜນຜະລິດໄຟຟ້າໄດ້ 460,59 ກິກກາວັດໂມງຕໍ່ປີ ໄລຍະເວລາໃນການກໍ່ສ້າງ 47 ເດືອນ ໂດຍແມ່ນບໍລິສັດ ຈະເລີນເຊກອງ ພະລັງງານຈໍາກັດ ເປັນເຈົ້າຂອງໂຄງການ ຮັບເໝົາພາກໂຍທາແມ່ນບໍລິສັດ ຊົງດາ 5 (SongDa-5 Joint Stock Company) ຄາດຄະເນຈະໃຫ້ສໍາເລັດໂຄງການກໍ່ສ້າງໃນເດືອນກໍລະກົດປີ 2022 ແລະ ເລີ່ມຜະລິດໄຟຟ້າຢ່າງເປັນທາງການ ໃນເດືອນກັນຍາ 2022 

   ໂອກາດນີ້ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຮຽກຮ້ອງໃຫ້ໂຄງການກໍ່ສ້າງ ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດໜ້າວຽກທີ່ຍັງຄ້າງໃຫ້ສໍາເລັດຕາມຄາດໝາຍ ແລະ ຮັບປະກັນຕາມມາດຕະຖານສາກົນ ສຸມໃສ່ການຜະລິດໄຟຟ້າ ແລະ ສົ່ງອອກໄຟຟ້າໃຫ້ໄດ້ຕາມແຜນການທີ່ວາງໄວ້ ຄຽງຄູ່ກັບການຟື້ນຟູປ່າໄມ້ ດ້ວຍການປູກຕົ້ນໄມ້ເພື່ອທົດແທນຄືນ ກັນສະກັດກັ້ນການທໍາລາຍປ່າໄມ້  ພ້ອມກັນນີ້ ກໍຕ້ອງໄດ້ສົ່ງເສີມອາຊີບ ສ້າງວຽກເຮັດງານທໍາໃຫ້ປະຊາຊົນພາຍໃນແຂວງ ກໍຄືເມືອງດາກຈຶງ ຊຸກຍູ້ເຂົາເຈົ້າເຮັດການຜະລິດເພື່ອສະໜອງສະບຽງອາຫານໃຫ້ແກ່ພະນັກງານກໍາມະກອນຂອງໂຄງການ ພ້ອມນີ້ ກໍຕ້ອງໄດ້ສືບຕໍ່ປະກອບສ່ວນມອບພັນທະອາກອນ ແລະ ຄ່າທໍານຽມຕ່າງໆໃຫ້ຖືກຕ້ອງຕາມລະບຽບກົດໝາຍ ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງສາ ພັດທະນາປະເທດຊາດ ກໍຄືແຂວງເຊກອງ ໃຫ້ຈະເລີນກ້າວໜ້າ.

.# ຂ່າວ & ພາບ :  ລັດເວລາ

error: Content is protected !!