ໄຂຢ່າງເປັນທາງການມື້ນີ້ ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ

    ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນຄັ້ງທີ 8 ຈັດຂຶ້ນວັນທີ 27 ມັງກອນ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາຮອງເຈົ້າຄອງ ສະມາຊິກອົງການປົກຄອງນະຄອນຫຼວງວຽງຈັນເຂົ້າຮ່ວມກັບທີ່ ແລະ ເຈົ້າເມືອງ 9 ຕົວເມືອງອ້ອມຂ້າງ ເຂົ້າຮ່ວມໃນຮູບແບບທາງໄກ.

    ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບສະພາບພົ້ນເດັ່ນປະຈໍາເດືອນມັງກອນ ແລະ ແຜນວຽກຈຸດສຸມປະຈໍາເດືອນກຸມພາ 2022 ການຈັດຕັ້ງປະຕິບັດມາດຕະການຕ້ານ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ບົດສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດຢູ່ນະຄອນຫຼວງວຽງຈັນໄລຍະ 1 ເດືອນຜ່ານມາ ເປັນຕົ້ນ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ການສະກັດກັ້ນ ແລະ ແກ້ໄຂຢາເສບຕິດ ແລະ ການແກ້ໄຂຂໍ້ຂັດແຍ່ງທີ່ດິນຢູ່ນະຄອນຫຼວງວຽງຈັນ ນອກນີ້ ໄດ້ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 142/ຈນວ ວ່າດ້ວຍການປະເມີນລາຄາທີ່ດິນທົ່ວນະຄອນຫຼວງວຽງຈັນ ການສະເໜີຮັບຮອງຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະກໍາມະການລະດົມທຶນ ແລະ ປຸກສ້າງເຮືອນນໍ້າໃຈ ແລະ ກົດລະບຽບກອງທຶນປຸກສ້າງເຮືອນນໍ້າໃຈ ໃຫ້ແກ່ພະນັກງານປະຕິວັດອາວຸໂສທີ່ມີຄວາມຫຍຸ້ງຍາກຂາດບ່ອນເພິ່ງພາອາໄສຢູ່ນະຄອນຫຼວງວຽງຈັນ ນອກນັ້ນ ຍັງໄດ້ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບສະຫຼຸບການຈັດຕັ້ງປະຕິບັດການຊໍາລະໜີ້ສິນໂຄງການບ້ານທັນສະໄໝ (ຫຼັກ 16) ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ບໍລິສັດຮ່ວມມືລົງທຶນພັດທະນາວຽງ-ວິງ ຈໍາກັດ ແລະ ບັນດາບໍລິສັດຮັບເໝົາອີກ 5 ບໍລິສັດ.

.

.# ຂ່າວ & ພາບ :  ຂັນທະວີ

error: Content is protected !!