ເປີດສາຍຮູບເງົາລະຄອນເວທີ ເພງສັນລະເສີນແຜ່ນດິນຮອບປະຖົມມະລຶກ

    ຄະນະໂຄສະອົບຮົມສູນກາງພັກ ປປ ລາວ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບຄະນະພັກແຂວງຫູໜານ ຮ່ວມກັນຈັດພິທີສາຍຮູບເງົາລະຄອນເວທີ ການແກ້ໄຂຄວາມທຸກຍາກ “ເພງສັນລະເສີນແຜ່ນດິນ” (ຕ້າຕີ້ຊົງເກີ) ແລະ ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ຜ່ານລະບົບວິດີໂອທາງໄກຂຶ້ນຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ ສປປ ລາວ ແລະ ທີ່ນະຄອນສາງຊາ ແຂວງຫູໜານ ສປ ຈີນ ໃນວັນທີ 26 ມັງກອນ 2022 ເຂົ້າຮ່ວມພິທີຢູ່ນະຄອນຫຼວງວຽງຈັນ ມີສະຫາຍ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ  ທ່ານ ຈ່ຽງ ຈ້າຍຕົງ  ໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການລົບລ້າງຄວາມທຸກຍາກຂອງແຂວງຫູໜານ ທີ່ໄດ້ກາຍເປັນຕົວແບບທີ່ໂດດເດັ່ນໜຶ່ງໃນທົ່ວປະເທດຈີນ ເພື່ອເປັນການຈັດຕັ້ງປະຕິບັດຕາມຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງການນໍາສູງສຸດຂອງສອງພັກ ສອງລັດ ລາວ-ຈີນ ແລະ ຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາລາວ-ຈີນດ້ານວັດທະນະທໍາ ແລະ ບົດຮຽນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍສະເພາະແມ່ນການລົບລ້າງຄວາມທຸກຍາກຢູ່ບ້ານ 18 ຖ້ຳ.

    ການຖ່າຍທອດຜົນສຳເລັດດັ່ງກ່າວຜ່ານຮູບເງົາລະຄອນເວທີຢູ່ ສປປ ລາວ ຄັ້ງນີ້ ຈະເປັນບົດຮຽນອັນປະເສີດໃຫ້ແກ່ພັກ ລັດຖະບານ ແລະ ປະຊາຊົນລາວທີ່ພວມສູ້ຊົນແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ ເຊິ່ງເປັນວຽກໃນບຸລິມະສິດໜຶ່ງຂອງພັກ ແລະ ລັດຖະບານລາວ ວຽກງານພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວ ແລະ ຕີລາຄາສູງຕໍ່ການແລກປ່ຽນບົດຮຽນໃນວຽກງານດັ່ງກ່າວລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍຄືກັບແຂວງຫູໜານ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານຕາມທິດ 4 ດີ ກໍຄືການສ້າງຄູ່ຮ່ວມຊາຕາກໍາລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໂດຍສະເພາະ ລະຫວ່າງ ສປປ ລາວ ກັບ ແຂວງຫູໜານ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

    ນອກຈາກນີ້ ໃນພິທີ ທ່ານ ຈຽງ ຈ່າຍຕົງ ໄດ້ຕາງໜ້າຄະນະພັກແຂວງຫູໜານ ມອບອຸປະກອນການແພດປະກອບມີ ເຄື່ອງຊ່ວຍຫາຍໃຈ 10 ຊຸດ ເຄື່ອງຜະລິດອົກຊີແຊນ 10 ຊຸດ ແລະ ຜ້າອັດປາກ-ດັງ 1 ລ້ານອັນ ມູນຄ່າ 1 ລ້ານຢວນ ໃຫ້ແກ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ກ່າວຮັບໂດຍທ່ານ ກິແກ້ວ ໄຂຄຳພິທູນ ໂອກາດນີ້ທ່ານກໍໄດ້ສະແດງຄວາມຂອບໃຈມາຍັງທ່ານທູດຈີນ ກໍຄືຄະນະພັກແຂວງຫູໜານ ທີ່ໄດ້ໃຫ້ການຊ່ວຍເຫຼືອຄັ້ງນີ້ ແລະ ຈະນຳເອົາເຄື່ອງຈຳນວນດັ່ງກ່າວໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

.

.# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!