ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 695 ຄົນ ແລະ ເສຍຊີວິດເພີ່ມອີກ 1

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 27 ມັງກອນ 2022 ທີ່ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ  ວັນທີ 26 ມັງກອນ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.902 ຕົວຢ່າງ ກວດພົບເຊື້ອທັງໝົດ 695 ຄົນ (ຕິດເຊື້ອພາຍໃນ 692 ຄົນ ແລະ ນໍາເຂົ້າ 3 ຄົນ) ເສຍຊີວິດໃໝ່ 1 ຄົນ.

    ບັນດາແຂວງທີມີການຕິດເຊື້ອພາຍໃນມີຄື

  1. ນະຄອນຫຼວງວຽງຈັນ (ນວ) 164 ຄົນ
  2. ອັດຕະປື 67 ຄົນ
  3. ບໍລິຄຳໄຊ 66 ຄົນ
  4. ຊຽງຂວາງ 66 ຄົນ
  5. ໄຊສົມບູນ 56 ຄົນ
  6. ສາລະວັນ 43 ຄົນ
  7. ຫຼວງພະບາງ 39 ຄົນ
  8. ເຊກອງ 38 ຄົນ
  9. ຫົວພັນ 32 ຄົນ
  10. ວຽງຈັນ 22 ຄົນ
  11. ໄຊຍະບູລີ 19 ຄົນ
  12. ຄຳມ່ວນ 19 ຄົນ
  13. ຜົ້ງສາລີ 17 ຄົນ
  14. ບໍ່ແກ້ວ 14 ຄົນ
  15. ສະຫວັນນະເຂດ 10 ຄົນ
  16. ອຸດົມໄຊ 12 ຄົນ
  17. ຈຳປາສັກ 5 ຄົນ
  18. ຫຼວງນ້ຳທາ 3 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າ ມີ 3 ຄົນຈາກ ນວ 1 ຄົນ ສະຫວັນນະເຂດ 1 ຄົນ ແລະ ບໍ່ແກ້ວ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 132.130 ກໍລະນີ ອອກໂຮງໝໍວັນທີ 26 ມັງກອນ 345 ຄົນ ກຳລັງປິ່ນປົວ 7.223 ຄົນ ແລະ ເສຍຊີວິດສະສົມທັງໝົດ 534 ຄົນ (ເສຍຊີວິດໃໝ່ 1 ຄົນ ຈາກ ນວ).

    ຈຸດບໍລິການເກັບຕົວຢ່າງກວດຫາເຊືື້ອໂຄວິດ-19 ສໍາລັບຢູ່ຕ່າງແຂວງ ສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ໂຮງໝໍເມືອງ ຫຼື ຈຸດກວດທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນນັ້ນ ຍັງມີບໍລິການກວດເຄື່ອນທີ່ໃນຈຸດ ຫຼື ບ້ານທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່ ສ່ວນຢູ່ ນວ ມີຈຸດກວດນອກສະຖານທີ່ ແລະ ຈຸດກວດຄົງທີ່ຄື ສະໜາມກິລາໃນຮົ່ມບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ໜ່ວຍກວດເຄື່ອນທີ່ືເມືອງໄຊທານີ ສີສັດຕະນາກ ສີໂຄດຕະບອງມີເມືອງລະ 1 ທີມ ເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 2 ທີມ ສໍາລັບຈຸດບໍລິການສັກວັກຊີນ ຢູ່ ນວ ມີຄື: ໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍສູນກາງ 103 ກອງທັບ ໂຮງໝໍ 5 ເມສາ ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).

    ສຳລັບຜູ້ທີ່ຕ້ອງການສັກວັກຊິນຊະນິດ Pfizer ເພື່ອເຂັມກະຕຸ້ນ (ເຂັມ 3) ຜູ້ສູງອາຍຸ ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາຕົວ ສາມາດໄປຮັບການບໍລິການໄດ້ທີ່ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ) ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ) ໂຮງໝໍສູນກາງ ໂຮງໝໍເມືອງ 9 ຕົວເມືອງ ຈຸດບໍລິການວັກຊີນຢູ່ບັນດາແຂວງຄື ໂຮງໝໍແຂວງ ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.

.

.# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!