ລາວໄດ້ຮັບການສະໜັບສະໜູນຜ້າອັດປາກ-ດັັງຈາກການາດາ

    ພິທີມອບ-ຮັບຜ້າອັດປາກ-ອັດດັງ ຊ່ວຍເຫຼືອຈາກກາດານາ 981.600 ອັນ ຈັດຂຶ້ນວັນທີ 26 ມັງກອນ 2022 ທີ່ກະຊວງສາທາລະນະສຸກ ໂດຍກ່າວມອບຂອງທ່ານ ບ໋ອບ ປາແກ່ນ ອຸປະທູດແຫ່ງການາດາ ປະຈຳລາວ ແລະ ກ່າວຮັບຂອງທ່ານ ບຸນແຝງ ພູມມາໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີຫົວໜ້າຫ້ອງການ ກົມ ຮອງກົມທີ່ກ່ຽວຂ້ອງກະຊວງການຕ່າງປະເທດ ກະຊວງສາທາລະນະສຸກ ແລະ ສະຖານທູດການາດາປະຈໍາລາວ ເຂົ້າຮ່ວມ. 

    ການຊ່ວຍເຫຼືອຂອງການາດາໃນຄັ້ງນີ້ ເພື່ອເປັນການຈັດຕັ້ງປະຕິບັັດຕາມນະໂຍບາຍຂອງກະຊວງ ແລະ ໜ່ວຍງານສາທາລະນະສຸກຂອງປະເທດການາດາ ພາຍໃຕ້ໂຄງການຫຼຸດຜ່ອນໄພຂົ່ມຂູ່ດ້ານອາວຸດ ມີຄວາມພູມໃຈສະໜັບສະໜຸນອຸປະກອນປ້ອງກັນສ່ວນບຸກຄົນ (PPE) ຫຼາຍກວ່າ 9,5 ລ້ານອັນ ໃຫ້ແກ່ສະມາຊິກອາຊຽນເພື່ອຕອບໂຕ້ກັບການລະບາດຂອງພະຍາດໂຄວິດ-19.

. # ຂ່າວ – ພາບ :  ຂັນທະວີ

error: Content is protected !!