ຖືເອົາວຽກງານແກ້ໄຂການລະບາດພະຍາດໂຄວິດ ເປັນບູລິມະສິດສຳຄັນ

   ກອງປະຊຸມພົບປະ-ໂອ້ລົມພະນັກງານຫຼັກແຫຼ່ງ ຂະແໜງການອ້ອມຂ້າງກະຊວງສາທາລະນະສຸກ ຈັດຂຶ້ນວັນທີ 26 ມັງກອນ 2022 ຢູ່ມະຫາວິທະຍາໄລວິທະຍາສາດສຸຂະພາບ (ເຂດດົງໂພສີ) ໂດຍເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດດັ່ງກ່າວ ທ່ານ ບຸນແຝງ ພູມມະໄລສິດ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ຂອງກະຊວງ ໃຫ້ທ່ານຮອງນາຍົກຮັບຊາບ ເປັນຕົ້ນ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ກໍຄືການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງ IX ໂດຍໄດ້ຫັນເປັນອັນລະອຽດປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ເຊິ່ງຈາກການຈັດຕັ້ງປະຕິບັດແຜນຍຸດທະສາດວຽກງານສາທາລະນະສຸກ ໄລຍະຜ່ານມາ ເຮັດໃຫ້ວຽກງານດັ່ງກ່າວ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ເຮັດຕາໜ່າງການບໍລິການ ສາທາລະນະສຸກໄດ້ຂະຫຍາຍລົງຮອດທ້ອງຖິ່ນ ຮາກຖານ ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ໄດ້ເລັ່ງໃສ່ກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ໃນວຽກງານສຸຂະສຶກສາ ແລະ ການສ້າງບ້ານສາທາລະນະສຸກຕ້ານກັບພະຍາດທີ່ຮ້າຍແຮງ ເຊັ່ນ ໄຂ້ຍຸງລາຍ ຖອກທ້ອງ ແລະ ອັກເສບລະບົບຫາຍໃຈຮຸນແຮງ ແລະ ພະຍາດຕິດຕໍ່ອື່ນໆ ໂດຍສະເພາະ ການສຸມໃສ່ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ພະນັກງານແພດໝໍໄດ້ສຸມທຸກກຳລັງໃສ່ວຽກງານດັ່ງກ່າວດ້ວຍຈິດໃຈແພດປະຕິວັດ ແລະ ມີຄວາມເສຍສະຫຼະສູງ ຈົນເຮັດໃຫ້ສາມາດຄວບຄຸມພະຍາດດັ່ງກ່າວໄດ້ດີພໍສົມຄວນ ວຽກງານຮັກສາສຸຂະພາບແມ່ ແລະ ເດັກ ໄດ້ປະຕິບັດຍຸດທະສາດແມ່ ແລະ ເດັກແບບເຊື່ອມສານ ແລະ ການຈັດຕັ້ງປະຕິບັດນະໂຍບາຍເກີດລູກ ແລະ ປິ່ນປົວເດັກນ້ອຍລຸ່ມ 5 ປີບໍໍ່ເສຍຄ່າ ເຮັດໃຫ້ອັດຕາການຕາຍຂອງແມ່-ເດັກຫຼຸດລົງ ສາມາດບັນລຸເປົ້າທີ່ສະພາແຫ່ງຊາດຮັບຮອງ ອາຍຸຍືນປະຊາຊົນລາວສະເລ່ຍໄດ້ 68 ປີ ການບໍລິການດ້ານສາທາລະນະສຸກໄດ້ຮັບການປັບປຸງນັບມື້ມີຄຸນນະພາບ ໄດ້ສືບຕໍ່ປະຕິບັດນະໂຍບາຍ 5 ດີ 1 ພໍໃຈ ບັນດາຄັງປະກັນສຸຂະພາບ ໄດ້ເຄື່ອນໄຫວເສີມຂະຫຍາຍມີບົດບາດອັນສຳຄັນ ການປົກຄຸມປະກັນສຸຂະພາບໄດ້ກວມເຖິງ 94% ຂອງປະຊາກອນທັງໝົດ ແລະ ອື່ນໆກໍໄດ້ຮັບການພັດທະນາຍົກລະດັບດີຂຶ້ນເປັນກ້າວໆ.

    ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກະຊວງສາທາລະນະສຸກ ກໍຄືພະນັກງານແພດ-ໝໍຍາດມາໄດ້ໄລຍະຜ່ານມາ ພ້ອມທັງເນັ້ນວ່າ: ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດ 5 ປີຄັ້ງທີ IX (2021-2025) ຂອງຂະແໜງການສາທາ ແລະ ແຜນປະຕິຮູບສາທາລະນະສຸກ ໄລຍະ III ໃນຂົງເຂດວຽກງານສະເພາະໜ້າແຕ່ລະດ້ານໃຫ້ມີຜົນສຳເລັດຍິ່ງຂຶ້ນ ອັນສໍາຄັນ ແມ່ນໃຫ້ພະນັກງານສາທາລະນະສຸກແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ສູ້ຊົນການສະກັດກັ້ນບໍ່ໃຫ້ພະຍາດໂຄວິດ-19 ລະບາດ ໃຫ້ຖືເອົາວຽກນີ້ເປັນບູລິມະສິດສຳຄັນ ຖືກທິດ ວ່ອງໄວ ທັນເຫດການ ແລະ ທັງປະຕິບັດຕາມຍຸດທະສາດທີ່ລັດຖະບານວາງໄວ້ ຕ້ອງສ້າງແຜນເພື່ອສ້າງຄວາມເຂັ້ມແຂງເພື່ອຕ້ານໂຄວິດ-19 ແລະ ຫັນໄປດຳລົງຊີວິດແບບໃໝ່ ສ້າງ ແລະ ຂະຫຍາຍການກວດວິເຄາະໃຫ້ວ່ອງໄວຊັດເຈນ ທັນການໃນຂອບເຂດທົ່ວປະເທດ ເລັ່ງສັກຢາວັກຊີນໃຫ້ທົ່ວເຖິງ ແລະ ຮັບປະກັນບໍ່ໃຫ້ຢາວັກຊີນທີ່ມີ ບໍ່ໃຫ້ເສື່ອມຄຸນນະພາບ ນຳໃຊ້ງົບປະມານຂອງລັດ ກໍຄືເງິນຊ່ວຍເຫຼືອໃນວຽກງານດັ່ງກ່າວໃຫ້ໂປ່ງໃສ ຖືກເປົ້າ ແລະ ຮັບປະກັນການຮົ່ວໄຫຼ ເອົາໃຈໃສ່ໂຄສະນາສຶກສາອົບຮົມຢ່າງຮອບດ້ານກ່ຽວກັບວຽການດັ່ງກ່າວ ຂະແໜງການສາທາລະນະສຸກຕ້ອງປະກອບສ່ວນຢ່າງຕັ້ງໜ້າ ໃນພາລະກິດລວມແຫ່ງການລົງກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດຮອບດ້ານ ປະກອບສ່ວນເຂົ້າໃນການລືບລ້າງຄວາມທຸກຍາກຂອງປະຊາຊົນ ຕາມຂະແໜງການຂອງຕົນ ເພື່ອປະກອບສ່ວນເຮັດໃຫ້ປະເທດເຮົາຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງປະເທດ ຕາມຄາດໝາຍໃນປີ 2024 ສູ້ຊົນຈັດຕັ້ງປະຕິບັດແຜນປະຕິຮູບສາທາລະນະສຸກ ໄລຍະ III ແຕ່ ປີ 2021-2025  ເພື່ອເລັ່ງລັດບັນລຸເປົ້າໝາຍສຸຂະພາບທົ່ວປວງຊົນໃນປີ 2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃນປີ 2030 ໃນ 5 ຂົງເຂດ ໃຫ້ຈໍານວນປະຊາຊົນສ່ວນຫຼາຍສາມາດເຂົ້າເຖິງການບໍລິການ ແລະ ຮັກສາສຸຂະພາບພື້ນຖານມີຄຸນນະພາບ ແລະ ໄດ້ຮັບສະຫວັດດີການສັງຄົມ ເອົາໃຈໃສ່ຜັນຂະຫຍາຍແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX ຢ່າງລະອຽດ ໂດຍການສ້າງແຜນການ ແຜນງານ ແລະ  ວິທີການ ເພື່ອຮັບປະກັບ ແລະ ສາມາດຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ ແລະ ບັນລຸຕາມຈຸດໝາຍທີ່ວາງໄວ້.

# ຂ່າວ & ພາບ :  ລັດເວລາ

error: Content is protected !!