ຕີລາຄາວຽກງານສະຖິຕິນະຄອນຫຼວງວຽງຈັນ ໄລຍະຜ່ານມາ

    ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສະຖິຕິ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຂອງສູນສະຖິຕິນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 26 ມັງກອນ 2022 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ວຽງຄຳ ສົມສະອາດ ຫົວໜ້າສູນສະຖິຕິນະຄອນຫຼວງວຽງຈັນ ພະແນກແຜນການ ແລະ ການລົງທຶນ ນວ ເປັນກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ພ້ອມບັນດາຫົວໜ້າສູນສະຖິຕິ 9 ເມືອງໃນ ນວ ແລະ ພະແນກຕ່າງໆອ້ອມຂ້າງ ນວ. 

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນສະຫຼຸບການຈັດຕັ້ງປະຕິບັດວຽກງານສະຖິຕິໃນໄລຍະທີ່ຜ່ານມາ ເພື່ອໃຫ້ບັນດາຂະແໜງການ ແລະ ບັນດາເມືອງ ເອກະພາບທາງດ້ານຕົວຊີ້ບອກ ເອກະພາບໄລຍະເວລາການສະໜອງຂໍ້ມູນ ຮັບປະກັນໄດ້ວຽກງານການຜະລິດ ແລະ ເຜີຍແຜ່ຂໍ້ມູນສະຖິຕິທາງການ ມຸ່ງເນັ້ນໄປສູ່ຄວາມທັນສະໄໝ ຊັດເຈັນ ແລະ ທັນເວລາ ນັບຕັ້ງແຕ່ຂັ້ນນະຄອນຫຼວງລົງຮອດທ້ອງຖິ່ນ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງຕົວເລກສະຖິຕິທີ່ເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວຽງຈັນ.

.

. # ຂ່າວ – ພາບ :  ຊິລິການດາ

error: Content is protected !!