ມອບ-ຮັບວັກຊີນ Pfizer ຈາກລັດຖະບານສະຫາລັດອາເມຣິກາ

    ພິທີມອບ-ຮັບວັກຊີນໄຟເຊີ (Pfizer) ກັນພະຍາດໂຄວິດ-19 ຈໍານວນ 1.698.840 ໂດສ ຢ່າງເປັນທາງການໃຫ້ແກ່ ສປປ ລາວ ໂດຍການຊ່ວຍເຫຼືອຂອງລັດຖະບານສະຫາລັດອາເມຣິກາ ຈັດຂຶ້ນວັນທີ 26 ມັງກອນ 2022 ທີ່ສະໝາມບິນສາກົນວັດໄຕ ໂດຍການຈັດສົ່ງມາຮອດປະເທດລາວຜ່ານໂຄງການ COVAX Facility ກ່າວຮັບຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແລະ ກ່າວມອບຂອງທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາປະຈໍາ ລາວ ມີທ່ານ ບຸນແຝງ ພູມມາໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານນາງ ບີອາເຕ ດາສເຕລ໌ ຮັກສາການຜູ້ຕາງໜ້າອົງການ UNICEF ປະຈຳ ລາວ ທ່ານ ຢູລີປັກ ຜູ້ຮັກສາການຫ້ອງການອົງການ WHO ປະຈໍາລາວ ບັນດາທ່ານທຸຕານຸທູດ ແລະ ອົງການຈັດຕັ້ງສາກົນ ຄູ່ຮ່ວມພັດທະນາ ພະນັກງານຂັ້ນສູງຂອງກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກເຂົ້າຮ່ວມ. 

    ວັກຊີນ Pfizer ຄັ້ງນີ້ ໄດ້ມາຮອດ ສປປ ລາວ ໃນຕົ້ນເດືອນມັງກອນ ມີການຂົນສົ່ງ 2 ຄັ້ງ ເຊິ່ງຄັ້ງທຳອິດມີ 799.110 ໂດສ ໄດ້ມາຮອດປະເທດລາວ ວັນທີ 2 ເດືອນມັງກອນ ແລະ ຄັ້ງທີສອງແມ່ນ 899.730 ໂດສ ເຊິ່ງມາຮອດໃນວັນທີ 24 ເດືອນມັງກອນ ປີ 2022. 

    ທ່ານ ພັນຄໍາ ວິພາວັນ ກ່າວວ່າ: ລັດຖະບານແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈມາຍັງສະຫະລັດອາເມຣິກາ ໃນການສະໜັບສະໜູນອັນລ້ຳຄ່ານີ້ ການສະໜອງວັກຊີນເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາສາມາດບັນລຸເປົ້າໝາຍຂອງຕົນໃນການສັກວັກຊີນກັນພະຍາດໃຫ້ໄດ້ 80% ຂອງປະຊາກອນໃນປີ 2022 ສໍາຄັນກວ່ານັ້ນ ຈະເປັນການຊ່ວຍຊີວິດຂອງປະຊາຊົນອີກດ້ວຍ ການມາຮອດຂອງວັກຊີນ Pfizer ແມ່ນທັນເວລາທີ່ສຸດ ເນື່ອງຈາກວ່າ ປັດຈຸບັນພວກເຮົາພວມດຳເນີນສັກວັກຊີນໃຫ້ແກ່ໄວໜຸ່ມ ເຊິ່ງຈໍານວນວັກຊີນດັ່ງກ່າວ ຈະມີບົດບາດສໍາຄັນໃນການສັກວັກຊີນກັນພະຍາດໃຫ້ແກ່ໄວໜຸ່ມອາຍຸ 12 ຫາ 17 ປີ ໂດຍອີງໃສ່ແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ (NDVP) ນອກນັ້ນ ຍັງຈະໄດ້ສັກວັກຊີນເຫຼົ່ານີ້ໃຫ້ກຸ່ມບູລິມະສິດອື່ນໆ ລວມທັງຜູ້ທີ່ມີອາຍຸ 60 ປີຂຶ້ນໄປ ຜູ້ທີ່ມີບັນຫາສຸຂະພາບ ແລະ ແມ່ມານຕື່ມອີກ. 

    ໂອກາດນີ້ທ່ານ ປີເຕີ ເອັມ ເຮມອນ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງລັດຖະບານລາວ ໃນການປະຕິບັດສັກວັກຊີນກັນພະຍາດ ແລະ ການປົກປ້ອງປະຊາຊົນລາວ ໄດ້ຍົກໃຫ້ເຫັນການເປັນຄູ່ຮ່ວມງານແບບຮອບດ້ານລະຫ່ວາງສະຫະລັດອາເມຣິກາ-ລາວ ແລະ ສະຫະລັດອາເມຣິກາມີຄວາມພູມໃຈທີ່ໄດ້ສະໜັບສະໜູນ ສປປ ລາວ ດ້ວຍວັກຊີນທີ່ສຳຄັນ ເຊິ່ງຈະຊ່ວຍຊີວິດຂອງປະຊາຊົນ ແລະ ມີຜົນກະທົບໃນທາງບວກຕໍ່ການເປີດໂຮງຮຽນຄືນໃໝ່ຢ່າງປອດໄພ ພ້ອມນັ້ນ ໃນຂະນະທີ່ພວກເຮົາເຮັດວຽກຮ່ວມກັນເພື່ອຢຸດຕິການລະບາດຂອງພະຍາດໂຄວິດ-19 ພວກເຮົາຍັງຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ແລະ ສັງຄົມໃນວົງກວ້າງຕື່ມອີກ ຈະສືບຕໍ່ສະໜັບສະໜູນດ້ານທຸລະກິດ ລະບົບການສຶກສາ ການຮັກສາສຸຂະພາບ ຄົນພິການ ແລະ ດ້ານລະບຽບກົດໝາຍ ແລະ ການສະໜັບສະໜູນຄັ້ງນີ້ ສືບຕໍ່ມາຈາກການບໍລິຈາກວັກຊີນ Johnson & Johnson ຈໍານວນໜຶ່ງລ້ານໂດສ ເມື່ອເດືອນກໍລະກົດ ປີ 2021 ແລະ ຍັງໄດ້ສົ່ງມອບໂດຍຜ່ານໂຄງການ COVAX Facility ມາເຖິງປັດຈຸບັນນີ້ ສະຫະລັດອາເມຣິກາໄດ້ສະໜອງວັກຊີນກັນພະຍາດໂຄວິດ-19 ລວມເປັນ 2.706.840 ໂດສ ໃຫ້ແກ່ ສປປ ລາວ.

. # ຂ່າວ – ພາບ :  ຂັນທະວີ

error: Content is protected !!