ຮັບຮອງຫຼັກສູດປຶ້ມແບບຮຽນ ປຶ້ມຄູ່ມືຄູພາສາຍີ່ປຸ່ນຊັ້ນມັດທະຍົມສຶກສາ

    ລະຫວ່າງວັນທີ 24-26 ມັງກອນ 2022 ຜ່ານມາ ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດກອງປະຊຸມກວດຜ່ານ ແລະ ຮັບຮອງຫຼັກສູດປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາຕອນຕົ້ນຂັ້ນ ມ1 ມ2 ແລະ ມ3 (CACIM) ເພື່ຶອປຶກສາຫາລື ປັບປຸງຄືນໃຫ້ເປັນເອກະພາບທາງດ້ານເນື້ອໃນ ແລະ ຄວາມສອດຄ່ອງອື່ນໆ ເພື່ອຮັບຮອງເອົາເປັນສະບັບສົມບູນ ສາມາດນໍາໃຊ້ຢ່າງມີປະສິດທິຜົນສູງ ແລະ ນຳໄປໃຊ້ໄດ້ຢ່າງກວ້າງຂວາງ.

    ໂດຍການເປັນປະທານຂອງທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ມີທ່ານ ນາກາໂນະ ຈຸນຢະ (Mr. NAKANO Junya) ອັກຄະລາຊະທູດຍີ່ປຸ່ນ ປະຈໍາລາວ ທ່ານນາງ ຊຸມຸລະ ມີຈີໂກະ (Ms TSUMURA Michiko) ເລຂາເອກ ພະແນກວັດທະນະທໍາ ຈາກສະຖານທູດຍີ່ປຸ່ນປະຈໍາລາວ ຄະນະກໍາມະການກວດຜ່ານ ແລະ ຮັບຮອງ CACIM ຈາກກົມຕ່າງໆ ກະຊວງ ສສກ ມະຫາວິທະຍາໄລແຫ່ງຊາດ (ມຊ) ພ້ອມດ້ວຍຄະນະຊ່ຽວຊານຈາກມຸນນິທິຍີ່ປຸ່ນ ຜູ້ອຳນວຍການສູນ ຄະນະສູນ ພ້ອມດ້ວຍວິຊາການຈາກ ສວສ ເຂົ້າຮ່ວມທາງອອນລາຍ ແລະ ແບບເຊິ່ງໜ້າ.

    ໃນກອງປະຊຸມ ຄະນະຮັບຜິດຊອບຈາກ ສວສ ໄດ້ສະເໜີກ່ຽວກັບສະພາບລວມໃນການພັດທະນາຫຼັກສູດ ປຶ້ມແບບຮຽນ ປຶ້ມຄູ່ມືຄູແຕ່ລະຂັ້ນ ມ1 ມ2 ມ3 ແລະ ການດຳເນີນການທົດລອງຢູ່ໂຮງຮຽນເປົ້າ ໝາຍ 4 ແຫ່ງໂດຍຫຍໍ້ເຊັ່ນ: ຄວາມເປັນມາຂອງການສ້າງຫຼັກສູດພາສາຍີ່ປຸ່ນສໍາລັບຊັ້ນມັດທະຍົມສຶກສາຕອນຕົ້ນ ເຫດຜົນ ແລະ ຄວາມເປັນມາໃນການສ້າງຫຼັກສູດ ຈຸດປະສົງ ເຕັກນິກໃນການສອນ ສື່ການ ຮຽນການສອນ ການວັດ ແລະ ປະເມີນ ຈາກນັ້ນ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນສົນທະນາ ປະກອບຄຳເຫັນໃສ່ໃນຫຼັກສູດ ລວມທັງປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ແຕ່ຂັ້ນ ມ1-ມ3 ກ່ຽວກັບຈຸດທີ່ຄວນປັບປຸງຄືນ ເພື່ອ ຄວາມສອດຄ່ອງ ແລະ ເປັນເອກະພາບກັນທາງດ້ານເນື້ອໃນ ແລະ ຮູບພາບປະກອບອື່ນໆ ກ່ອນຈະຂໍອະນຸມັດຈັດພິມນຳໃຊ້ເປັນສະບັບສົມບູນ.

#  ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!