ເມືອງຫົງສາ ສືບຕໍ່ປະເມີນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

    ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດລົງປະເມີນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ຢູ່ພາຍໃນເມືອງຫົງສາ ແຂວງໄຊຍະບູລີ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ວັນທີ 25 ມັງກອນ 2022 ເມືອງຫົງສາ ຈັດກອງປະຊຸມເຊື່ອມຊຶມບັນດາເນື້ອໃນເອກະສານຕ່າງໆ ໃນບັ້ນດຳເນີນການລົງປະເມີນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ ໃຫ້ເລຂາຄະນະພັກຮາກຖານເລຂາຄະນະໜ່ວຍພັກ ແລະ ສະມາຊິກພັກສຳນັກ ງານ ອົງການພາຍໃນເມືອງຂຶ້ນ ຢູ່ 3 ຈຸດຄື: ຢູ່ສະໂມສອນເມືອງ ເຜີຍແຜ່ເອກະສານໂດຍແມ່ນສະຫາຍ ຄຳຫຼ້າ ຜີວວັນນາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ ຢູ່ສະໂມສອນໂຮງຮຽນມັດທະຍົມສຶກສາສົມບູນຫົງສາ ແມ່ນສະຫາຍ ສົມສີ ພົມມະຈັນ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ-ລັດເມືອງ ແລະ ຢູ່ຈຸດເດີ່ນກີລາຮົ່ມເມືອງ ແມ່ນສະຫາຍ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານຂອງເມືອງຫົງສາ ເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານຂົງເຂດການເມືອງ ອົງການຈັດຕັ້ງມະຫາຊົນ ແລະ ຂົງເຂດເສດຖະກິດ.

     ເອກະສານທີ່ນຳມາເຊື່ອມຊຶມໃນຄັ້ງນີ້ ປະກອບມີເອກະສານເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີເປັນເອກະພາບພາຍໃນພັກ ເອກະສານຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເອກະສານຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01 ວ່າດ້ວຍການເພີ່ມທະວີການກໍ່ສ້ງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຄຳແນະນຳຂອງຄະນະປະຈຳພັກແຂວງ ເລກທີ 04 ກ່ຽວກັບການຈັດຕັ້ງປະຕິບັດຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້ງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ເອກະສານການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເອກະສານຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳພາຂອງພັກ ຕິດພັນກັບການສ້າງການປ່ຽນແປງຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພັກ-ພະນັກງານ ເອກະສານ 2 ວາລະແຫ່ງຊາດທີ່ພວມຈັດຕັ້ງປະຕິບັດຄື: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການສະກັດກັ້ນ-ແກ້ໄຂບັນຫາຢາເສບຕິດ.

    ໂດຍກຳນົດຄະນະຮັບຜິດຊອບລົງແຕ່ລະໜ່ວຍພັກເຊັ່ນ: ໄລຍະທີ 1 ກຳນົດກວດກາປະເມີນ 5 ໜ່ວຍພັກຄື: ໜ່ວຍພັກຫ້ອງວ່າການປົກຄອງເມືອງ ແນວລາວສ້າງຊາດເມືອງ ສະຫະພັນແມ່ຍິງເມືອງ ສະຫະພັນກຳມະບານເມືອງ ແລະ ໜ່ວຍພັກຄະນະຊາວໜຸ່ມເມືອງ  ຈະເລີ່ມແຕ່ວັນທີ 26-28 ມັງກອນ 2022 ໃຫ້ສຳເລັດ ສ່ວນໄລຍະທີ 2 ກຳນົດກວດກາປະເມີນ 5 ໜ່ວຍພັກຄື: ໜ່ວຍພັກຄະນະກວດກາພັກ-ລັດເມືອງ ສະຫະພັນນັກຮົບເກົ່າເມືອງ ຄະນະຈັດຕັ້ງເມືອງ ຄະນະໂຄສະນາອົບຮົມເມືອງ ແລະ ໜ່ວຍພັກຫ້ອງການພາຍໃນເມືອງ ເຊິ່ງຈະເລີ່ມແຕ່ວັນທີ 31 ມັງກອນ ຫາ ວັນທີ 2 ກຸມພາ 2022 ໃຫ້ສຳເລັດ.

#  ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!