ຄວາມຮູ້ພື້ນຖານ ນະໂຍບາຍ ແລະ ແຜນຍຸດທະສາດຂອງການສຶກສາຮຽນຮ່ວມ

    ລະຫວ່າງວັນທີ 24-28 ມັງກອນ 2022 ຜ່ານມາ  ທີ່ຄະນະສຶກສາສາດ ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ໄດ້ຈັດເຝິກອົບຮົມ ຍົກລະດັບທາງດ້ານວິຊາການ ແລະ ທັກສະຕ່າງໆໃຫ້ກັບນັກ ສຶກສາ ໂດບມີວິທະຍາກອນຈາກກົມ ສູນການສຶກສາ ກະຊວງສຶກສາທິການ ແລະ ກີລາ ໃຫ້ການບັນຍາຍ ຫົວຂໍ້ຕ່າງໆໃນຄັ້ງນີ້.

    ທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າສູນສົ່ງເສີມການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະ ກີລາ ເຊິ່ງເປັນໜຶ່ງໃນວິທະຍາກອນເຂົ້າຮ່ວມການບັນຍາຍໃນຄັ້ງນີ້ ໃຫ້ສຳພາດວ່າ: ໂດຍຕອບສະ ໜອງຕາມຄຳເຊີນຈາກທາງຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລ ສຸພານຸວົງ ໄດ້ເຊີນທາງສູນການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະ ກີລາ ເຂົ້າຮ່ວມເປັນວິທະຍາກອນ ການເຝິກອົບຮົມ “ຕົວແບບການສຶກສາຮຽນຮ່ວມສໍາລັບຄົນພິການ” ຫົວຂໍ້ ຄວາມຮູ້ພື້ນຖານ ນະໂຍບາຍ ແລະ ແຜນຍຸດທະສາດຂອງການສຶກສາຮຽນຮ່ວມ.

    ທັງນີ້ ກໍເພື່ອເປັນການເພີ່ມທັກສະ ຄວາມຮູ້ຮອບດ້ານໃຫ້ແກ່ນັກສຶກສາ ທີ່ຈະກາຍເປັນຄູໃນອະນາຄົດ ໄດ້ຮຽນຮູ້ ເຂົ້າໃຈຕໍ່ບັນຫາຕ່າງໆຢ່າງເລິກເຊິ່ງເຖິງຖອງ ເພື່ອຈະໄດ້ນຳຄວາມຮູ້ທີ່ໄດ້ຮັບການອົບຮົມຄັ້ງນີ້ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຢ່າງສອດຄ່ອງ ແລະ ມີປະສິດທິຜົນ ສາມາດເຮັດສຳເລັດໜ້າທີ່ວິຊາ ສະເພາະຂອງຕົນ.

#  ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!