ສວສ ກວດຜ່ານ ຮັບຮອງເນື້ອໃນຫຼັກສູດ 4 ວິຊາຮຽນ ຂັ້ນ ມ1 ແລະ ມ7

    ລະຫວ່າງວັນທີ 24–29 ມັງກອນ 2022 ຜ່ານມາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດກອງປະຊຸມກວດຜ່ານ ແລະ ຮັບຮອງເນື້ອໃນຫຼັກສູດວິຊາພາສາລາວ-ວັນນະຄະດີ ຄະນິດສາດ ວິທະຍາສາດທຳມະຊາດ ແລະ ພາສາອັງກິດ ຂັ້ນ ມ1-ມ7 ເພື່ອໃຫ້ຄະນະກຳມະການ ຊ່ຽວຊານ ແລະ ນັກວິຊາການ ໄດ້ມີໂອກາດແລກປ່ຽນຄວາມຄິດເຫັນ ແລະ ປັບປຸງເນື້ອໃນຫຼັກສູດໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບການຮຽນການສອນທີ່ເນັ້ນຜູ້ຮຽນໄດ້ເຝິກປະຕິບັດຕົວຈິງ.

    ກອງປະຊຸມດັ່ງກ່າວ ຈັດຂຶ້ນທີ່ຫ້ອງປະຊຸມເຮືອນພັກຄູນຊັບ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ ເປັນປະທານຂອງທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກີລາ ມີທ່ານ ນາງ ນວມຄຳ ຈັນທະບູລີ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ ທ່ານ ດຣ ເບີນາເດັດ ຄອນສະເລັດ ຫົວໜ້າໂຄງການພັດທະນາຂະແໜງການສຶກສາເພື່ອການຈ້າງງານ ມີຄະນະຮັບຜິດແຕ່ລະວິຊາຮຽນ ແລະ ຄະນະຊ່ຽວຊານທີ່ກ່ຽວຂ້ອງເຂົ້າຮ່ວມຜ່ານລະບົບອອນລາຍບາງພາກສ່ວນ.

    ໃນກອງປະຊຸມ ທ່ານ ອຸທິດ ທິບມະນີ ໄດ້ກ່າວວ່າ : ການຈັດກອງປະຊຸມຄັ້ງນີ້ ມີຄວາມສຳຄັນຫຼາຍ ເພາະບັນດາຜູ້ເຂົ້າຮ່ວມຈະໄດ້ທວນຄືນ ກວດຜ່ານ ແລະ ຮັບຮອງກ່ຽວກັບຫຼັກສູດ ເປັນເອກະພາບກັນ ຕົກລົງມະຕິ ກ່ຽວກັບບັນຫາເນື້ອໃນຫຼັກສູດສຳລັບ 4 ວິຊາ ຄື: ວິຊາພາສາລາວ-ວັນນະຄະດີ ຄະນິດສາດ ວິທະຍາສາດທຳມະຊາດ ແລະ ພາສາອັງກິດ ຂັ້ນ ມ1-ມ7 ສຳລັບຊັ້ນມັດທະຍົມສຶກສາ ເຊິ່ງການປັບປຸງຄັ້ງນີ້ ຈະຊ່ວຍເປັນແນວຄວາມຄິດດ້ານໜຶ່ງທີ່ຈະປັບປຸງຄຸນນະພາບການສຶກສາເຮົາໃຫ້ມີຄວາມກ້າວໜ້າທາງດ້ານຄຸນນະພາບ ທີ່ຈະອອກຮັບໃຊ້ສັງຄົມ.

    ນອກຈາກນີ້ ກອງປະຊຸມຍັງໄດ້ຮັບຟັງການລາຍງານຄວາມເປັນມາຂອງຂະບວນການພັດທະນາຫຼັກສູດຂອງໂຄງການພັດທະນາຂະແໜງການສຶກສາເພື່ອການຈ້າງງານ ວິຊາການສະເໜີເນື້ອໃນຫຼັກສູດແຕ່ລະວິຊາ ແບ່ງກຸ່ມຄົ້ນຄວ້າເປັນລາຍວິຊາ ຄະນະກຳມະການພິຈາລະນາ ຄົ້ນຄວ້າ ປະກອບຄວາມເຫັນ ແລະ ຮັບຮອງຕົ້ນສະບັບຫຼັກສູດ ຈາກນັ້ນ ກໍປັບປຸງ ແລະ ແປງຄືນຕົ້ນສະບັບເນື້ອໃນຫຼັກສູດ ເພື່ອຄວາມເປັນເອກະພາບກັນ ແລະ ນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິພົນ.

#  ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!