ເທສະການອາຫານລາວ ເປັນການເປີດກວ້າງໃຫ້ປະກອບການຊື້ຂາຍແລກປ່ຽນສິນຄ້ານຳກັນ

    ງານເທສະການອາຫານລາວ ງານໜຶ່ງທີ່ສ້າງແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການ ຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ ຜູ້ປູກຝັງ ລ້ຽງສັດ ຫັດຖະກຳທີ່ປຸງແຕ່ງໃນຮ້ານອາຫານ ໂຮງແຮມ ຮ້ານຂາຍຍ່ອຍຈາກທ້ອງຖິ່ນຕ່າງໆ ແລະ ປຸກລະດົມເຊີນຊວນຜູ້ປະກອບການແມ່ຍິງໃນການຜະລິດເປັນສິນຄ້າໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ໃນແຕ່ລະປີ ໄດ້ມີຜູ້ປະກອບການເຂົ້າຮ່ວມຢ່າງຫຼວງຫຼາຍ ໃນນີ້ ຄອບຄົວທ່ານ ສົມຄິດ ພົງສັກ ເຈົ້າຂອງຮ້ານທິດຈັນເພັງສົ້ມໝູ ແລະ ອາຫານຫຼວງພະບາງ ເປັນໜຶ່ງໃນຜູ້ເຂົ້າຮ່ວມວາງຂາຍສິນຄ້າໃນງານດັ່ງກ່າວ.

    ທ່ານ ທ່ານ ສົມຄິດ ພົງສັກ ໃຫ້ສຳພາດ ວັນທີ 25 ມັງກອນ 2022 ວ່າ  ການທີ່ສະມາຄົມນັກທຸລະ ກິດແມ່ຍິງ ກໍຄືຂະແໜງການກ່ຽວຂ້ອງ ໄດ້ຈັດງານເທສະການອາຫານ ຫຼື ງານຕະຫຼາດນັດອື່ນໆຂຶ້ນ ເປັນໂອກາດດີອັນອັນໜຶ່ງ ເນື່ອງຈາກວ່າໃນງານດັ່ງກ່າວຈະມີຄົນເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ ສະນັ້ນ ຈຶ່ງເຮັດໃຫ້ການຄ້າຂາຍມີການເປີດກວ້າງ ແລກປ່ຽນເຊິ່ງກັນ ແລະ ກັນ ສຳລັບຂ້າພະເຈົ້າ ແມ່ນໄດ້ເຂົ້າຮ່ວມງານດ່ັງກ່າວປີນີ້ເປັນປີທີ 4 ໂດຍໄດ້ນຳເອົາສິນຄ້າທີ່ເປັນຜະລິດຕະພັນຂອງຄອບຄົວເຊັ່ນ ສົ້ມໝູ ເອາະຫຼາມ ແຈ່ວບອງ ອົ່ວໝູ່ ແລະ ອື່ນໆທີ່ເປັນເອກະລັກຂອງແຂວງຫຼວງພະບາງ ເລີ່ມຕົ້ນແຕ່ລາຄາ 10.000 ກີບຂຶ້ນໄປ ບັນດາຜະລິດຕະພັນເຫຼົານີ້ເປັນສິນຄ້າຂອງຄອບຄົວທີ່ມີຮ້ານຈຳໜ່າຍຢູ່ແຂວງຫຼວງພະບາງອີກດ້ວຍ.

    ສຳລັບປີນີ້ ແມ່ນໄດ້ນຳສິນຄ້າມາຂາຍຈຳນວນໜ້ອຍ ຖ້າທຽບໃສ່ແຕ່ລະປີຜ່ານມາ ແລະ ຄາດວ່າຈະບໍ່ໄດ້ຂາຍດີພໍປານປານໃດ ເນື່ອງຈາກວ່າສະພາບການລະບາດຂອງພະຍາດໂຄວິດ-19 ຍັງມີການລະບາດຢູ່ໃນຫຼາຍແຂວງ ແລະ ສະພາບເສດຖະກິດ ນັກທ່ອງທ່ຽວຕ່າງປະເທດກໍບໍ່ສາມາດເຂົ້າມາໄດ້ ສະນັ້ນ ຈຶ່ງເຮັດໃຫ້ຜູ້ທີ່ຈະມາທ່ຽວຊົມແມ່ນມີໜ້ອຍ.

.

.# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!