ມື້ນີ້ ກວດພົບຜູ້ຕິດເຊື້ອໂຄວິດໃໝ່ 579 ກໍລະນີ ເສຍຊີວິດອີກ 4

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃຫ້ຮັບຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 26 ມັງ ກອນ 2022 ຢູ່ກະຊວງສາທາລະນະສຸກ ວ່າ: ວັນທີ 25 ມັງກອນ 2022 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.556 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 579 ຄົນ (ຕິດເຊື້ອພາຍໃນ 570 ຄົນ ແລະ ນໍາເຂົ້າ 9 ຄົນ).

    ການຕິດເຊືື້ອພາຍໃນໃໝ່ທັງໝົດ 570 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 172 ຄົນ
  2. ສະຫວັນນະເຂດ 7 ຄົນ
  3. ຈຳປາສັກ 10 ຄົນ
  4. ສາລະວັນ 6 ຄົນ
  5. ເຊກອງ 18 ຄົນ
  6. ອັດຕະປື 22 ຄົນ
  7. ບໍ່ແກ້ວ 11 ຄົນ
  8. ວຽງຈັນ 24 ຄົນ
  9. ຫຼວງພະບາງ 14 ຄົນ
  10. ຫຼວງນໍ້າທາ 3 ຄົນ
  11. ອຸດົມໄຊ 13 ຄົນ
  12. ຜົ້ງສາລີ 16 ຄົນ
  13. ໄຊຍະບູລີ 23 ຄົນ
  14. ຊຽງຂວາງ 73 ຄົນ
  15. ຄຳມ່ວນ 39 ຄົນ
  16.  ບໍລິຄຳໄຊ 78 ຄົນ
  17. ໄຊສົມບູນ 18 ຄົນ
  18. ຫົວພັນ 23 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າ ມີ 9 ຄົນ ທັງໝົດຈາກ ນະຄອນຫຼວງ 7 ຄົນ ຜົ້ງສາລີ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

    ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມໃນ ສປປ ລາວ ທັງໝົດ 131.432 ກໍລະນີ ອອກໂຮງໝໍວັນທີ 25 ມັງກອນ 2022 ມີ 495 ຄົນ ກຳລັງປິ່ນປົວ 7.258 ຄົນ ແລະ ເສຍຊີວິດສະສົມທັງໝົດ 533 ຄົນ (ເສຍຊີວິດໃໝ່ 4 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 4 ຄົນ ຈາກນະຄອນຫຼວງ 1 ຄົນ ຊຽງຂວາງ 2 ຄົນ ແລະ ແຂວງວຽງຈັນອີກ 1 ຄົນ.

# ຂ່າວ & ພາບ : ສີພອນ ຈັນທະດາລາ

error: Content is protected !!