ຜທ ຮ່ວມກັບ UNFPA ຮ່ວມກັນເປີດແຜນດຳເນີນງານຮອບວຽນທີ 7 ສົກປີ 2022-2026.

    ກະຊວງແຜນການ ແລະ ການລົງທຶນ (ຜທ) ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ຈັດກອງປະຊຸມປິດແຜນງານຮອບວຽນທີ 6 ປະຈຳປີ 2017-2021 ແລະ ເປີດແຜນດຳເນີນງານຮອບວຽນທີ 7 ສົກປີ 2022-2026 ທີ່ໄດ້ຮັບການຮັບຮອງແລ້ວຈາກຄະນະບໍລິຫານງານ ອົງການ UNFPA ໃນເດືອນກັນຍາ 2021 ແລະ ລົງນາມແຜນວຽກ (CPAP) ສໍາລັບແຜນດຳເນີນງານຮອບວຽນທີ 7 ໃນວັນທີ 24 ມັງກອນ 2022 (ກອງປະຊຸມທາງໄກ) ມີທ່ານ ສະຖາບັນດິດ ອິນຊີຊຽງໃໝ່ ຮອງລັດຖະມົນຕີກະຊວງ ຜທ ທ່ານ ນາງ ມາຣຽມ ເອ.ຄານ ຜູ້ຕາງໜ້າ UNFPA ປະຈຳ ສປປ ລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ສະຖາບັນດິດ ອິນຊີຊຽງໃໝ່ ກ່າວວ່າ ໄລຍະຜ່ານມາ ເຖິງວ່າການປະຕິບັດແຜນງານການຮ່ວມມືປະຈຳປີ 2017-2021 ແມ່ນໄດ້ຮັບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້ໃນຫຼາຍດ້ານກໍຕາມ ແຕ່ໃນແຜນງານການຮ່ວມມືຮອບວຽນທີ 7 ສົກປີ 2022-2026 ນີ້ ຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງໄດ້ສຸມໃສ່ຮ່ວມກັນປະຕິບັດໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍ ສະນັ້ນ ຮຽກຮ້ອງໃຫ້ທຸກໆພາກສ່ວນສືບຕໍ່ເອົາໃຈໃສໃຫ້ຄວາມສໍາຄັນ ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບກະຊວງ ຂະແໜງ ການຂອງຕົນ ເຊິ່ງແຜນງານການຮ່ວມມືຮອບວຽນ 7 ແມ່ນປະກອບມີ 4 ຜົນໄດ້ຮັບຫຼັກຄື ແຜນງານສຸຂະພາບຈະເລີນພັນ ແຜນງານໄວໜຸ່ມ ແລະ ເຍົາວະຊົນ ແຜນງານຄວາມສະເໝີພາບຍີງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ການປ່ຽນແປງດ້ານປະຊາກອນ. 

    ທ່ານ ນາງ ມາຣຽມ ເອ ຄານ ກ່າວວ່າ ແຜນງານລະດັບປະເທດສະບັບໃໝ່ ຫຼື ແຜນງານການຮ່ວມມືຮອບວຽນທີ 7 ສົກປີ 2022-2026 ຈະເລັ່ງລັດຄວາມຄືບໜ້າໄປສູ່ການບັນລຸຜົນໃນການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທີຕໍ່ການຈະເລີນພັນ ເພື່ອເຮັດໃຫ້ວິໄສທັດ ດັ່ງກ່າວກາຍເປັນຮູບປະທໍາ ສຸມໃສ່ບັນດາບຸລິມະສິດຄື ປັງປຸງຄຸນນະພາບການຮັກສາສຸຂະພາບຂອງແມ່ໂດຍຜະດຸງຄັນທີ່ມີຄວາມຊໍານານ ແລະ ໄດ້ຮັບການເຝິກອົບຮົມ ລວມທັງຜ່ານການບໍລິການສຸຂະພາບທາງໄກ ຫຼຸດຜ່ອນຄວາມຕ້ອງການຕໍ່ການວາງແຜນຄອບຄົວທີ່ບໍ່ໄດ້ຕອບສະໜອງ ໂດຍສະເພາະໃນກຸ່ມເຍົາວະຊົນ ແລະ ກຸ່ມຄົນທີ່ຍັງບໍ່ທັນແຕ່ງງານ ຫຼຸດຜ່ອນການຖືພາໃນໄວໜຸ່ມ ໂດຍຜ່ານເພດສຶກສາແບບຮອບດ້ານ ຢຸດຕິຄວາມຮຸນແຮງບົນພື້ນຖານທາງເພດດ້ວຍການໃຫ້ການບໍລິການທີ່ຈໍາເປັນ ລວມທັງສຸຂະ ພາບຈິດ ແລະ ການຊ່ວຍເຫຼືອດ້ານຈິດຕະສັງຄົມໃຫ້ແກ່ແມ່ຍິງ ແລະ ເດັກຍິງ ການມີສ່ວນຮ່ວມຂອງຜູ້ຊາຍ ແລະ ເດັກຊາຍໃນວຽກງານນີ້ ນອກຈາກນີ້ ອົງການ UNFPA ຈະສືບຕໍ່ໃຫ້ການສະໜັບສະໜູນດ້ານວິຊາການ ແລະ ດ້ານການເງິນເພື່ອຜະລິດຂໍ້ມູນປະຊາກອນທີ່ມີຄຸນນະພາບສູງ ໂດຍຜ່ານການສໍາຫຼວດປະຊາກອນ ແລະ ທີ່ຢູ່ອາໄສຄັ້ງທີ 5 ໃນປີ 2025 ແລະ ການສໍາຫຼວດຕ່າງໆເພື່ອຕິດຕາມກວດກາບັນດາແຜນການແຫ່ງຊາດ ຂະແໜງການ ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການຂອງຂະແໜງການຕ່າງໆໃນໄລຍະຕໍ່ໄປ.

    # ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!