ລະດົມຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການສົ່ງເສີມ ຈວນກ ສະບັບປັບປຸງ

    ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມທາບທາມເປີດກວ້າງຂັ້ນສູນກາງ ເພື່ອລະດົມຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ສະບັບປັບປຸງ ຈັດຂຶ້ນວັນທີ 25 ມັງກອນ 2022 ຢູ່ໂຮງແຮມຄຣາວພລາຊາ ໂດຍການເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫົວໜ້າຄະນະຮັບຜິດຊອບປັບປຸງກົດໝາຍ ພ້ອມດ້ວຍຜູ້ເຂົ້າຮ່ວມຈາກຄະນະປັບປຸງກົດໝາຍຂັ້ນສູນກາງ ຜູ້ຕາງໜ້າຈາກບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ລວມທັງໝົດ 60 ທ່ານ.

    ກອງປະຊຸມທາບທາມໃນຄັ້ງນີ້ ເພື່ອຮັບຟັງບັນດາຄຳຄິດເຫັນຈາກຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ ຕໍ່ເນື້ອໃນຂອງຮ່າງກົດໝາຍສະບັບປັບປຸງ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບດັ່ງກ່າວມີຄວາມຄົບຖ້ວນ ສົມບູນ ຮັບປະກັນໄດ້ຕໍ່ກັບການສົ່ງເສີມ ຈວນກ ໃນສະພາບການພັດທະນາເສດຖະກິດສັງຄົມໃນປັດຈຸບັນ ແລະ ຕໍ່ໜ້າ ເພື່ອເຮັດໃຫ້ ຈວນກ ມີຄວາມເຂັ້ມແຂງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

    ທ່ານ ບຸນເຖິງ ດວງສະຫວັນ ໄດ້ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 11/ສພຊ ລົງວັນທີ 21 ທັນວາ 2011 ໄດ້ຮັບການສ້າງຂຶ້ນເພື່ອກຳນົດຫຼັກການ ລະບຽບການ ລວມເຖິງການຈັດຕັ້ງ ແລະ ການເຄື່ອນໄຫວໃນວຽກງານສົ່ງເສີມ SME ແນໃສ່ຍົກລະດັບການສົ່ງເສີມ SME ຢູ່ປະເທດເຮົາໃຫ້ມີລັກສະນະຈຸດສຸມ ເປັນລະບົບ ເພື່ອເຮັດໃຫ້ SME ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວ ສ້າງວຽກເຮັດງານທຳ ສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງໝັ້ນຄົງ ເຊິ່ງຕະຫຼອດໄລຍະ 10 ປີ ຜ່ານມາ ກົດໝາຍສະບັບດັ່ງກ່າວ ໄດ້ຖືກນຳໃຊ້ເປັນພື້ນຖານໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຢ່າງໄດ້ຮັບຜົນດີພໍສົມຄວນ  

    ເຖິງແນວໃດກໍຕາມ ເພື່ອຕອບສະໜອງໃຫ້ແກ່ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນໄລຍະໃໝ່ ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງກົດໝາຍສະບັບດັ່ງກ່າວໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາວຽກງານດັ່ງກ່າວ ພ້ອມທັງຕອບສະໜອງກັບບັນດາທິດຊີ້ນຳຂອງພັກ ແລະ ລັດຖະບານ ໂດຍສະເພາະແມ່ນການຜັນຂະຫຍາຍຕໍ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ຂອງລັດ ເຊິ່ງກຳນົດໃນແຜນວຽກຈຸດສຸມທີ 4 ເປົ້າໝາຍທີ 1 ວ່າດ້ວຍເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ ມີຄຸນນະພາບ ໝັ້ນທ່ຽງ ແລະ ຍືນຍົງ ແລະ ການການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ການເງິນ.

    ກອງປະຊຸມໃນຄັ້ງນີ້  ເປັນອີກໜຶ່ງກອງປະຊຸມທີ່ມີຄວາມສຳຄັນເປັນຢ່າງຍິ່ງ  ໃນຂະບວນການປັບປຸງກົດໝາຍສະບັບດັ່ງກ່າວ ເນື່ອງຈາກເປັນກອງປະຊຸມເພື່ອທາບທາມຄຳຄິດຄຳເຫັນໃນຂັ້ນສູນກາງ ເຊິ່ງມີທ່ານຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ທັງພາກລັດ ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງກັນ ກ່ອນໜ້ານີ້ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມລະດົມຄຳຄິດຄຳເຫັນທົ່ວປະເທດຂຶ້ນ ໃນລະຫວ່າງວັນທີ 17-18 ມັງກອນ 2022 ໂດຍຜ່ານລະບົບກອງປະຊຸມທາງໄກ.

    ພາຍຫຼັງກອງປະຊຸມໃນຄັ້ງນີ້ ຄະນະປັບປຸງກົດໝາຍຈະໄດ້ດຳເນີນການປັບປຸງເນື້ອໃນຂອງຮ່າງກົດໝາຍໃຫ້ມີຄວາມຄົບຖ້ວນ ແລະ ສົມບູນ ກ່ອນນຳເຂົ້າພິຈາລະນາໃນກອງປະຊຸມລັດຖະບານ ໃນເດືອນກຸມພາ 2022 ແລະ ນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນໃນກາງປີ 2022 ນີ້.

# ຂ່າວ & ພາບ : ສີພອນ

error: Content is protected !!