ແນວລາວສ້າງຊາດ ນວ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

   ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກນະຄອນຫຼວງວຽງຈັນ (ນວ) ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງແນວລາວສ້າງຊາດ ນວ  ຈັດຂຶ້ນວັນທີ 25 ມັງກອນ 2022 ຢູ່ຫ້ອງວ່າການປົກຄອງ ນວ  ໂດຍເປັນທານຂອງສະຫາຍ ຖະໜອມ ທຳທອງ ກຳມະການປະຈຳພັກ ປະທານແນວລາວສ້າງຊາດ ນວ ມີພະເຖລານຸຖາລະ ຄະນະປະທານແນວລາວສ້າງຊາດ ນວ ພ້ອມດ້ວຍສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ການເຊື່ອມຊຶມເອກະສານສຳຄັນຄັ້ງນີ້ເພື່ອເຮັດໃຫ້ສະມາຊິກພັກ ພະນັກງານ ແນວລາວສ້າງຊາດ ນວ ໄດ້ຮັບຮູ້ ເຂົ້າໃຈຢ່າງລະອຽດ ຕໍ່ກັບເນື້ອໃນມະຕິດັ່ງກ່າວ ກໍຄືທິດທາງແຜນການ ລວມທັງບັນດາຄາດໝາຍສູ້ຊົນອັນລວມໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຕິດພັນກັບມະຕິ VII ຂອງອົງຄະນະພັກ ນວ ໃຫ້ເຂົ້າສູ່ການເຄື່ອນໄຫວຕົວຈິງຂອງວຽກງານແນວລາວສ້າງຊາດ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານທີ່ຕົນເອງຮັບຜິດຊອບ ມີຄວາມຖືກຕ້ອງ ສອດຄ່ອງ ເຮັດໃຫ້ການດຳເນີນວຽກງານຕົວຈິງມີປະສິດທິຜົນ ປະສົບຜົນສຳເລັດ ແລະ ໄປໃນທິດທາງດຽວກັນຢ່າງຖືກຕ້ອງ.    

   ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ມີການປະກອບຄໍາຄິດເຫັນ ຕໍ່ກັບບາງບັນຫາທີ່ຂຶ້ນກັບຄວາມຮັບຜິດຊອບ ຮັບຟັງການຜ່ານມະຕິ 01/ຄພ.ນວ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງວຽກງານແນວລາວສ້າງຊາດ ນວ ຜ່ານບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຕໍ່ກອງປະຊຸມໃຫຍ່ຄັ້ງທີ XI  ຂອງສູນກາງແນວລາວສ້າງຊາດ ແລະ ແຜນພັດທະນາ 5 ປີ ການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ກວດກາລວມທັງບົດປະກອບຄຳເຫັນຂອງສະພາ  ໂດຍແນໃສ່ເພື່ອສ້າງຄວາມຮັບຮູ້ ເຂົ້າໃຈ ແລະ ເຮັດໃຫ້ການຈັດຕັ້ງເຄື່ອນໄຫວປະຕິບັດວຽກງານຕົວຈິງໃນຕໍ່ຫນ້າ ມີຄວາມຖືກຕ້ອງຕາມແນວທາງທີ່ພັກໄດ້ກຳນົດໄວ້.

# ຂ່າວ & ພາບ : ລັດເວລາ

error: Content is protected !!